ຕອນເຊົ້າວັນທີ 12/11/2020 ທີ່ຫ້ອງປະຊຸມຊັ້ນ: 3 (ຫ້ອງວ່າການແຂວງຫຼັງເກົ່າ) ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ແລະ ມອບບັດສະມາຊິກພັກສົມບູນທີ່ໄດ້ມາດຖານຂຶ້ນຢ່າງເປັນທາງການ; ໂດຍການເປັນປະທານຂອງ ສະຫາຍ ນ. ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະພັກ, ສະມາຊິກພັກພະນັກງານລັດຖະກອນ ພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 8/10/2020 ຜ່ານມາ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງ ອາດີດ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກັບ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ອາດີດຫົວໜ້າຄະນະຈັດຕັ້ງແຂວງ. ມາຮັບໜ້າທີ່ເປັນ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຈັນຫອມ ມະຫາໄຊ ຄະນະປະຈໍາພັກແຂວງ, ຮອງເລຂາພັກແຂວງ, ມີແຂກຖຶກເຊີນຈາກພະແນກການອ້ອມຂ້າງແຂວງ(ຂົງເຂດພັກ-ພະນັກງານ) ພ້ອມດ້ວຍພະນັກງານລັດຖະກອນ ຂອງ ຄະນະໂຄສະນາອົບຮົມແຂວງທັງໝົດ.
ຕອນເຊົ້າວັນທີ 7/10/2020 ທີ່ຫ້ອງປະຊຸມຄະນະປະຈໍາພັກແຂວງ, ທ່ານ ປ.ອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮມແຂວງເຊກອງ; ໃນພິ ທີທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງ ຫົົວໜ້າຄະນະໂຄສະນາອົບຮົມ ແຂວງ ໄດ້ກ່າວຕ້ອນ ຮັບແລະຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ການມາເຄື່ອນໄຫວເຮັດວຽກຢູ່ ແຂວງ ເຊກອງ ຂອງທ່ານໃນເທື່ອນີ້; ພ້ອມທັງລາຍງານສະພາບລວມການຊີ້ນໍາ-ນໍາພາວຽກງານໂຄສະ ນາໃນປີຜ່ານມາໃຫ້ ທ່ານຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກຮັບຊາບຕື່ມອີກ.
ໃນວັນທີ 16/7/2020 ຜ່ານມາ ທ່ານ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກ ຮອງໂຄສະນາອົບ ຮົມແຂວງ ພ້ອມດ້ວຍຫົວຫນ້າຂະແໜງ ແລະ ວິຊາການຂອງຂະແໜງປາຖະກະຖາ ໄດ້ລົງເຄື່ອນໄຫວຊຸກຍູ້ ຕິດຕາມ ເຮັດວຽກຢູ່ທີ່ເມືອງກະລຶມ ພາຍໃຕ້ການຕ້ອບຮັບຂອງ ທ່ານ ວຽງໄຊ ສຸກມະນີ ຄະນະປະຈໍາພັກເມືອງ ຫົວຫນ້າຄະນະໂຄສະນາອົບ ຮົມເມືອງ ກະລຶມ ແລະ ທ່ານໄດ້ລາຍງານສະພາບການຈັດຕັ້ງປະຕິບັດປາຖະກະຖາ ໃນໄລຍະຜ່ານມາຫຼັງຈາກວິກິດ covid-19
ຕອນເຊົ້າວັນທີ8/7/2020ຄະນະໂຄສະນາອົບຮົມແຂວງໄດ້ເປີດບັ້ນເຊື່ອມຊຶມເອກະສານສໍາຄັນຂອງພັກ-ຂອງຊາດຂຶ້ນຢູ່ຫ້ອງປະຊຸມຊັ້ນ:3(ຫ້ອງວ່າການຫຼັງເກົ່າ);ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍດາວວີສວຍທະລັງສີກໍາມະການພັກແຂວງ-ເລຂາໜ່ວຍພັກ,ພ້ອມດ້ວຍຄະນະພັກແລະສະມາຊິກພັກ,ພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 18 |
![]() | ມື້ວານນີ້ | 101 |
![]() | ອາທິດນີ້ | 240 |
![]() | ເດືອນນີ້ | 1541 |
![]() | ທັງໝົດ | 141101 |