ປາຖະກະຖາ ສາມບົດປະຫວັດສາດ. ຕ່ອນເຊົ້າຂອງ ວັນທີ 22 ພຶດສະາພາ 2019, ຄະນະໂຄສະນາອົບຮົມເມືອງດາກຈືງ ໄດ້ຈັດ ກອງປະຊຸມ ປາຖະກະຖາ ສາມບົດປະວັດສາດ .
1. ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງ ບັນດາທ່ານຜູ້ນຳຂອງພັກ ແລະ ແນວລາວສ້າງ ຊາດ.
2. ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງຄົບຮອບ 60 ປີ.
3. ວັນໄຊຊະຂອງສາຫະພາບໂຊຫວຽດເໜື່ອ ຟາດສິດເຢຍລະມັນໃນສົງຄາມໂລກຄັ້ງທີ II ຄົບຮອບ 70 ປີ.
ຂື້ນທີ່ສະໂມສອນຫ້ອງວ່າການປົກຄອງເມືອງ.
ທ່ານ ໄລສວນ ມິດສູວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ - ເມືອງດາກຈືງ ໄດ້ໃຫ້ກຽດເຂົ້າຮ່ວມ - ບັນລະຍາຍ ໜື່ງບົດວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳຂອງພັກ ແລະ ແນວລາວສ້າງຊາດ.
ທ່ານ ດາວວີ ສວຍທະລັງສີ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ,ກໍ່ໄດ້ໃຫ້ກຽດຮັບຜ່ານເອກະສານອັນເປັນມູນເຊື້ອວິລະກຳປະຫວັດສາດອັນຫຍິ່ງໃຫຍ່ ແລະ ເປັນທີຈົດຈຳໃນໃຈຂອງປະຊາຊົນລາວທັງຊາດ ກໍ່ຄືການຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງຄົບຮອບ 60 ປີ.
ທ່ານ ບູນ ພອນມີໄຊ ກຳມະການພັກເມືອງ. ຫົວໜ້າ ຄະນະ ໂຄສະນາອົບຮົມເມືອງດາກຈືງ, ໃຫ້ກຽດຂື້້ນຜ່ານບັນລະຍາຍເອກະສານວັນໄຊຊະຂອງສາຫະພາບໂຊຫວຽດເໜື່ອຟາດສິດເຢຍລະມັນໃນສົງຄາມໂລກຄັ້ງທີ II ຄົບຮອບ 70 ປີ.
ເຂົ້າຮ່ວມຮັບຟັງການບັນລະຍາຍໃນຄັ້ງນີ້ປະກອບມີ ທະຫານ, ຕຳຫຼວດ ແລະ ພະນັກງານຫ້ອງການອ້ອມຂ້າງເມືອງດາກຈືງ, ຈຳນວນພົນເຂົ້າຮ່ວມທັງໝົດ 108 ສະຫາຍ, ຍິງ 26 ສະຫາຍ, ສະມາຊິກພັກ 86 ສະຫາຍ, ຍິງ 20 ສະຫາຍ.
· ຈຸດປະສົງ.
ຈຸດປະສົງໃນການເປີດປະຊຸມໃນຄັ້ງນີ້ກໍ່ເພື່ອ ສຶກສາອົບຮົມການເມືອງ-ແນວຄິດ, ການຈັດຕັ້ງ-ແບບແຜນນຳພາ ໃຫ້ແກ່ສະມະຊິກພັກ, ພະນັກງານຫຼັກແຫຼ່ງ. ປຸກລະດົມຈິດສຳນຶກພະນັກງານລຸ້ນໃຫມ່ໃຫ້ຮັບຮູ້ເຖີ່ງການເສຍສະຫຼະ, ການເອົາໃຈໃສ່ການປະຕິບັດໜ້າທີ່ວຽກງານ,ຢຶດໝັ້ນປະຕິບັດລວມສູນປະຊາທິປະໄຕຢ່າງເຂັ້ມງວດ. ຄວາມໝາຍ-ຄວາມສຳຄັນໃນກອງປະຊຸມຄັ້ງນີ້, ຈຸດປະສົງຫຼັກຂອງຄະນະພັກ-ຄະນະນຳ, ກໍ່ເພື່ອຊອງເຍືອງທາງໃຫ້ເຫັນກ່ຽວກັບຄວາມສາມັກຄີເປັນກະພາບ, ຄວາມບຸກບືນ, ເສຍສະຫຼະ, ຄວາມສະຫຼາດສ່ອງໃສ່ ແລະ ເດັດດ່ຽວຂອງທ່ານ ຜູ້ນຳສະໃຫມ່ກ່ອນ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 27 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 344 |
![]() | ເດືອນນີ້ | 680 |
![]() | ທັງໝົດ | 221101 |