• ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີ
  • ແຂວງເຊກອງຈັດພິທີປາຖະກະຖາ ວັນສ້າງຕັ
  • ຄະນະໂຄສະນາອົບຮົມແຂວງ ຈັດປາຖະກະຖາ 2
  • ຄະນະໂຄສະນາອົບຮົມແຂວງ ເຂົົ້າຮ່ວມກອງ
  • ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກ
  • ແຂວງເຊກອງໄດ້ເປີດກອງປະຊຸມ ວຽກງານການ
ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ  ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

    ວັນທີ 31 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີ ສະເຫຼີມສະຫຼອງ ວັນເດັກນ້...
ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

          ກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້...
Previous
Next

ຂ່າວໃໝ່

ຫົວໜ້າຄອຂລົງເຄື່ອນໄຫວເຮັດວຽກຢູ່ເມືອງດາກຈຶງ

      ໂດຍຕອບສະໜອງຕາມຄໍາເຊີນຂອງ ຄະນະໂຄສະນາອົບຮົມເມືອງດາກຈຶງ, ໃນວັນທີ 16/8/2019 ຜ່ານມານີ້, ທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ໄດ້ເດີນທາງລົງໄປເຄື່ອນໄຫວ ເຮັດວຽກຢູ່ເມືອງດັ່ງກ່າວ, ກົງກັບໄລຍະເວລາທີ່ເມືອງ ພວມດໍາເນີນການໂຄສະນາ - ປາຖະກະຖາຫວນຄືນ ມູນເຊື້ອ ວັນສໍາຄັນ ຂອງຊາດ ຂອງພັກ

ພາຍໃນເດືອນສິງຫາ ພິທີໄດ້ຈັດຂຶ້ນທີ່ສະໂມສອນເມືອງ; ມີຄະນະພັກເມືອງ, ພະນັກງານນໍາພາ-ຫຼັກແຫຼ່ງທຸກຂະແໜງການ ອ້ອມຂ້າງເມືອງເຂົ້າຮ່ວມ. ໃນພິທີອັນມີຄວາມ ໝາຍສໍາຄັນນີ້ ທ່ານຫົວໜ້າ ຄະນະໂຄສະນາອົບຮົມແຂວງ ຍັງໄດ້ຮັບກຽດໃຫ້ ເປັນຜູ້ປາຖະຖາ ວັນຢຶດອໍານາດທົ່ວປະເທດ 23 ສິງຫາ ຄົບຮອບ 74 ປີ ແລະ 44 ປີ (23/8/1945 ແລະ 23/8/1975-23/8/2019) ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ຂອງການຢຶດອໍານາດເທື່ອທີໜຶ່ງ ໃນເດືອນສິງຫາ ປີ 1945 ແລະ ເທື່ອທີ ສອງ ໃນວັນທີ 23 ສິງຫາ ປີ 1975 ນັ້ນສຸດທີ່ມີຄວາມໝາຍສໍາຄັນຍິ່ງສໍາລັບພວກເຮົາເພາະວ່າ: ມັນແມ່ນໝາກຜົນແຫ່ງການ ຕໍ່ສູ້ປະຕິວັດ ອັນຍືດເຍື້ອຍາວນານຂອງກອງທັບ ແລະ ປະຊາຊົນ ລາວຜູ້ຮັກຊາດ ພາຍໃຕ້ການຊີ້ນໍາ-ນໍາພາອັນປີຊາສາມາດສະ ຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975; ໃນຕອນທ້າຍທ່ານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ອັນສະຫງ່າລາສີຂອງບັນພະບູລຸດ, ຂອງຊາດເຂົ້າໃນການປະຕິບັດໜ້າທີ່ວຽກງານ ທີ່ຕົນຮັບ ຜິດຊອບໃຫ້ເກີດມີໝາກຜົນຕົວຈິງ. ທີ່ສໍາຄັນແມ່ນທ່ານໄດ້ເນັ້ນໜັກ ໃຫ້ເລຂາຄະ ນະພັກ, ຫົວໜ້າອົງການຈັດຕັ້ງ ແຕ່ລະ ບ່ອນຕ້ອງເຊີດຊູຄວາມເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ, ເອົາໃຈໃສ່ໂຄສະນາສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ສະ ມາຊິກຂອງຕົນ ໃຫ້ເລິກເຊິ່ງເຖິງຖອງກວ່າເກົ່າ ຕາມທິດເຮັດກ່ອນ, ເຮັດໄປພ້ອມກັບ, ເຮັດຕາມຫຼັງ ແລະ ສອດຫ້ອຍ ເຂົ້າ ທຸກຂົງເຂດຊີວິດສັງຄົມ.

      ຫຼັງຈາກນັ້ນ, ສະຫາຍ ເພັງນາ ຈັນທະພອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາຂົງເຂດພັກ-ພະນັກງານຂັ້ນເມືອງ ກໍໄດ້ໃຫ້ກຽດ ປາຖະກະຖາ ວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ ແລະ ສະຫາຍ ພົມວຽງໄຊ  ເກດສະໜາຄໍາ ກໍາມະການພັກເມືອງ ຫົວໜ້າ ຫ້ອງການຍຸຕິທໍາເມືອງດາກຈຶງ ກໍໄດ້ໃຫ້ກຽດປາຖະກະຖາ ວັນປະກາດໃຊ້ລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 28 ປີ; ກອງປະຊຸມໄດ້ດໍາເນີນມາຈົນຮອດເວລາ 11:00 ກໍໄດ້ສິ້ນສຸດລົງດ້ວຍໝາກຜົນອັນຈົບງາມ ຕາມຄາດໝາຍທີ່ວາງໃວ້ທຸກປະການ.

 

                                                                                                                                                                                                                                                                                      

 

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 2  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

221100
ມື້ນີ້ມື້ນີ້26
ມື້ວານນີ້ມື້ວານນີ້63
ອາທິດນີ້ອາທິດນີ້343
ເດືອນນີ້ເດືອນນີ້679
ທັງໝົດທັງໝົດ221100