• ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີ
  • ແຂວງເຊກອງຈັດພິທີປາຖະກະຖາ ວັນສ້າງຕັ
  • ຄະນະໂຄສະນາອົບຮົມແຂວງ ຈັດປາຖະກະຖາ 2
  • ຄະນະໂຄສະນາອົບຮົມແຂວງ ເຂົົ້າຮ່ວມກອງ
  • ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກ
  • ແຂວງເຊກອງໄດ້ເປີດກອງປະຊຸມ ວຽກງານການ
ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ  ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

    ວັນທີ 31 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີ ສະເຫຼີມສະຫຼອງ ວັນເດັກນ້...
ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

          ກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້...
Previous
Next

ຂ່າວໃໝ່

ຄ ອ ຂ ເຊື່ອມຊຶມເອກະສານສໍາຄັນຂອງພັກ

     ຕອນເຊົ້າວັນທີ 21/8/2019 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງເຊື່ອມຊຶມເອກະສານສໍາຄັນຂອງພັກ ຂຶ້ນຢູ່ຫ້ອງປະຊຸມ ຂອງຕົນເອງ,  ມີສະຫາຍ ແສງຄໍາ ສຸວັນແດງ ຄະນະໜ່ວຍພັກ ຮອງຫົວໜ້ຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ ນໍາຕະຫຼອດຮອດສະມາຊິກພັກ, ພະນັກງານລັດຖະກອນ ຢູ່ອ້ອມຂ້າງ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ;

ສໍາລັບເນື້ອໃນທີ່ນໍາມາເຊື່ອມຊຶມປະກອບມີ: ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃຫ້ກຽດເຜີຍເຜີຍແຜ່ໂດຍ ສະຫາຍ ບຸນທັນ ແກ້ວມະນີໄລ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມະຕິກອງປະຊຸມຄົບ ຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ໃຫ້ກຽດເຜີຍແຜ່ໂດຍສະຫາຍ ສີພາ ດັນປັນຍາ ຫົວໜ້າຂະ ແໜງອົບຮົມ, ບົດແນະນໍາເພີ່ມເຕີມ ຂອງສະຫະພັນກໍາມະບານແຂວງ ເລກທີ 294/ສກຂ, ລົງວັນທີ 27/7/2017 ກ່ຽວກັບ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ແຈ້ງການແນະນໍາ ເລກທີ 159/ ສກຂ, ລົງວັນທີ 30/3/2018 ວ່າ ດ້ວຍເປີດຂະບວນການແຂ່ງຂັນ 5 ເປັນເຈົ້າພ້ອມທັງສະຫຼຸບລາຍງານ ຜົນການປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະມາຊິກ ກໍາມະບານ ແລະ ຂອງກົມກອງລວມໝູ່ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ເສົາພະຫັນ ຄໍາສົງກາ ປະທານໜ່ວຍກໍາມະບານຮາກ ຖານ.

     ຈຸດປະສົງ ກໍເພື່ອໃຫ້ພະນັກງານ, ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມແຂວງ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ບັນ ຫາທີ່ຕັ້ງຂຶ້ນ ເຊິ່ງເລັ່ງທວງໃຫ້ພາກສ່ວນກ່ຽວຂ້ອງ ຕ້ອງມີມາດຕະການເດັດຂາດເພື່ອແກ້ໄຂໃຫ້ທັນການ, ບົນພື້ນຖານນັ້ນ ກໍ ນໍາໄປຜັນຂະຫຍາຍ ເປັນແຜນງານໂຄງການ ໂດຍສອດຄ່ອງກັບຂອບເຂດ, ສິດ ໜ້າທີ່ ຂອງຂະແໜງການຕົນ, ພ້ອມທັງນໍາ ພາປະຕິບັດແຜນການດັ່ງກ່າວ ໃຫ້ມີຜົນສໍາເລັດຕົວຈິງ ຍິ່ງໆຂຶ້ນໄປເລື້ອຍໆ, ສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຂອງພັກ 3 ຂັ້ນ ໃຫ້ມີບັນ ຍາກາດຟົດຟື້ນ ແລະ ມີຄວາມເອກອ້າງທະນົງໃຈ ທີ່ຈະໄດ້ກ້າວສູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢ່າງເບີກບານມ່ວນຊື່ນ.

 

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

221105
ມື້ນີ້ມື້ນີ້31
ມື້ວານນີ້ມື້ວານນີ້63
ອາທິດນີ້ອາທິດນີ້348
ເດືອນນີ້ເດືອນນີ້684
ທັງໝົດທັງໝົດ221105