ວັນທີ 27/8/2019 ສະພາປະຊາຊົນແຂວງເຊກອງ ເປີດບັ້ນເຊື່ອມຊຶມ ມູນເຊື້ອຂອງຊາດ-ຂອງພັກ ພາຍໃນເດືອນສິງຫາ ຂຶ້ນທີ່ຫ້ອງປະຊຸມຂອງ ສ ພ ຂ; ພາຍໃຕ້ການ ເປັນປະທານ ຂອງທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກແຂວງ, ຫົວໜ້າ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16 ປະທານສະພາປະຊາຊົນແຂວງ; ການເຊື່ອມຊຶມໄດ້ຈັດເປັນ 2 ຄາບ ລາຍລະອຽດດັ່ງລຸ່ມນີ້:
ຄາບເຊົ້າ ດໍາເນີນການເຊື່ອມຊຶມ 4 ເນື້ອໃນເອກະສານສໍາຄັນຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບ ຮອບ 69 ປີ (13/8/1950-13/8/2019) ໃຫ້ກຽດສະເໜີໂດຍ ທ່ານ ນ. ບຸນຮຽງ ບຸນຈິດ ກໍາມະການພັກແຂວງ ປະທານແນວລາວສ້າງຊາດ ແຂວງ, ວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ (8/8/1967-8/82019) ແລະ ວັນຄ້າຍວັນເກີດຂອງທ່ານ ຟີແດນ ກຼາສໂຕຣຸຊ ຄົບ ຮອບ 93 ປີ (13/8/1926-13/8/2019) ໃຫ້ກຽດສະເໜີໂດຍ ທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງ ຫົວໜ້າຄະນະ ໂຄສະນາອົບຮົມແຂວງ, ວັນຢຶດອໍານາດທົ່ວປະເທດ 23 ສິງຫາ ຄົບຮອບ 74 ປີ ແລະ 44 ປີ (23/8/1945 ແລະ 23/8/1975-23/8/ 2019) ໃຫ້ກຽດສະເໜີໂດຍ ທ່ານພົນຈັດຕະວາ ສົມທອງ ດອນກັນນ້ອຍ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງ-ກອງບັນ ຊາການທະຫານແຂວງ; ໂດຍມີບັນດາ ຄະນະປະຈໍາ, ປະທານ-ຮອງປະທານ ກໍາມາທິການ, ເລຂາ-ຮອງເລຂາທິການ, ຕະຫຼອດ ຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ຄາບບ່າຍ ດໍາເນີນການເຊື່ອມຊຶມເອກະສານ ວັນປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປ ລາວຄົບຮອບ 28 ປີ (15/8/ 1991-15/8/2019) ໃຫ້ກຽດສະເໜີໂດຍ ທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງ, ມີພະນັກງານນໍາພາ-ຫຼັກ ແຫຼ່ງ ຈາກທຸກຂົງເຂດວຽກງານ ອົງການຈັດຕັ້ງຢູ່ອ້ອມຂ້າງແຂວງ ເຂົ້າຮ່ວມ; ຈຸດປະສົງກໍ ເພື່ອໂຄສະນາ ສຶກສາອົບຮົມ ການ ເມືອງນໍາພາ-ແນວຄິດ ໃຫ້ທົ່ວພັກທົ່ວລັດ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ເຖິງມູນເຊື້ອ ແລະ ຄວາມໝາຍຄວາມສໍາຄັນຂອງເຫດການ ປະຫວັດສາດດັ່ງກ່າວນັ້ນ, ເພື່ອນໍາໄປຜັນຂະຫຍາຍເຂົ້າໃສ່ ການປະຕິບັດໜ້າທີ່ວຽກງານ ທີ່ຂະແໜງການກົມ ກອງ ຂອງຕົນວາງອອກ ໃຫ້ປະກົດຜົນເປັນຈິງ; ອີກຢ່າງໜຶ່ງ ກໍ ຖືເອົາໂອກາດນີ້ ປຸກລະດົມຂະບວນການ ຈັດຕັ້ງປະຕິບັດ ມະຕິ X ຂອງພັກ ແລະ ມະຕິ IX ໃນໄລຍະທ້າຍສະໄໝ, ການດໍາເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ ໃຫ້ມີບັນຍາກາດຟົດຟື້ນ ແຂງ ແຮງກວ່າເກົ່າ; ສ້າງລັດເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ແລະ ສ້າງພັກເຮົາ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ສາມາດກໍາອໍານາດໄດ້ຕະຫຼອດໄປ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 27 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 344 |
![]() | ເດືອນນີ້ | 680 |
![]() | ທັງໝົດ | 221101 |