• ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີ
  • ແຂວງເຊກອງຈັດພິທີປາຖະກະຖາ ວັນສ້າງຕັ
  • ຄະນະໂຄສະນາອົບຮົມແຂວງ ຈັດປາຖະກະຖາ 2
  • ຄະນະໂຄສະນາອົບຮົມແຂວງ ເຂົົ້າຮ່ວມກອງ
  • ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກ
  • ແຂວງເຊກອງໄດ້ເປີດກອງປະຊຸມ ວຽກງານການ
ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ  ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

    ວັນທີ 31 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີ ສະເຫຼີມສະຫຼອງ ວັນເດັກນ້...
ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

          ກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້...
Previous
Next

ຂ່າວໃໝ່

ຄ ອ ຂ ປາຖະກະຖາ 2 ວັນປະຫວັດສາດສໍາຄັນ

   ຕອນເຊົ້າວັນທີ 25/9/2019 ຄະນະໂຄສະນາອົບຮົມແຂວງເຊກອງ ໄດ້ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດ ສາດສໍາຄັນຂຶ້ນທີ່ຫ້ອງປະຊຸມຂອງກົມກອງຕົນເອງ ເຂົ້າຮ່ວມຮັບຟັງມີ ທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາທ່ານຄະນະພັກ-ຄະນະນໍາ, ຫົວໜ້າ ແລະ ຮອງຂະແໜງ, ຕະຫຼອດຮອດສະມາຊິກພັກ, ພະນັກງານລັດຖະກອນໝົດທຸກຄົນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

          ເນື້ອໃນທີ່ນໍາມາ ຈັດຕັ້ງເຊື່ອມຊຶມໃນຄັ້ງນີ້ມີຄື: ວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມຄົບຮອບ 74 ປີ (2/9/1945 -2/9/2019) ໃຫ້ກຽດປາຖະກະຖາໂດຍ: ທ່ານ ບຸນທັນ ແກ້ວມະນີໄລ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ວັນສ້າງ ຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 17 ປີ (9/9/2002-9/9/2019) ໃຫ້ ກຽດປາຖະກະຖາໂດຍ: ທ່ານ ແສງຄໍາ ສຸວັນແດງ ຄະນະໜ່ວຍພັກ    ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ; ຈຸດປະສົງ ກໍເພື່ອສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ຖັນແຖວສະມາຊິກພັກ, ພະນັກງານລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ໄດ້ຮັບຮູ້ເຂົ້າໃຈ ຢ່າງເລິກ ເຊິ່ງຕື່ມອີກ ກ່ຽວກັບມູນເຊື້ອ, ຄວາມໝາຍ ຄວາມສໍາຄັນ ຂອງວັນປະຫວັດສາດ ດັ່ງກ່າວນນັ້ນເພື່ອນໍາໄປເປັນບົດຮຽນ ຜັນຂະຫຍາຍເຂົ້າໃສ່ການປະຕິບັດ ໜ້າທີ່ວຽກງານອັນສູງສົ່ງຂອງຕົນ ທີ່ການຈັດຕັ້ງມອບໝາຍ ໃຫ້ບັນລຸຜົນ ສໍາເລັດຕາມຄາດ ໝາຍ ຫຼື ມີບາງດ້ານລື່ນຄາດໝາຍ ກໍຍິ່ງເປັນການດີ.

         ໃນຕອນທ້າຍພິທີ ຍັງໄດ້ຮັບກຽດ ຟັງຄໍາເຫັນໂອ້ລົມຈາກ ທ່ານ ດາວວີ ສວຍທະລັງສີ, ເຊິ່ງທ່ານເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ທັງໝົດ, ໂດຍສະເພາະແມ່ນພະນັກງານຮຸ່ນສືບ ທອດ ຍິ່ງຕ້ອງໄດ້ດຸໝັ່ນຝຶກຝົນຕົນເອງຢ່າງເປັນປະຈໍາ ບໍ່ວ່າຈະເປັນທາງ ດ້ານທ່າທີ ຫຼື ອິລິຍະບົດຕ່າງໆ ໃຫ້ສົມກັບວ່າ ເປັນນັກປາຖະກະຖາ.

                       ພິທີໄດ້ດໍາເນີນແຕ່ເວລາ 8:00-11:00 ນາທີ ແລະ ກໍສໍາເລັດລົງ ດ້ວຍໝາກຜົນອັນຈົບງາມ.

 

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

221107
ມື້ນີ້ມື້ນີ້33
ມື້ວານນີ້ມື້ວານນີ້63
ອາທິດນີ້ອາທິດນີ້350
ເດືອນນີ້ເດືອນນີ້686
ທັງໝົດທັງໝົດ221107