ໃນຕອນເຊົ້າວັນທີ 4/12/2019 ທີ່ສະໂມສອນໃຫຍ່ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 44 ປີ (2/12/1975- 2/12/2019) ໃຫ້ກຽດ ປາຖະກະຖາໂດຍ: ສະຫາຍ ດາວວີ ສວຍທະລັງສີ ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານ - ຫົວໜ້າຄະນະໂຄສະນາອົບຮົມແຂວງ; ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ອະດີດຜູ້ ນໍາທີ່ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 99 ປີ (13/12/1920 - 13/12/2019) ໃຫ້ກຽດປາຖະ ກະຖາໂດຍ: ສະຫາຍ ແສງຄໍາ ສຸວັນແດງ ຄະນະໜ່ວຍພັກຮາກຖານ - ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີຄະນະ ພັກຄະນະພະແນກ, ນາຍທະຫານ ແລະ ນາຍຕໍາຫຼວດ, ຕະຫຼອດຮອດພະນັກງານ ນໍາພາ-ຄຸ້ມຄອງ ຂອງອົງການຈັດຕັ້ງທຸກ ພາກສ່ວນອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ຈຸດປະສົງ ກໍເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ມູນເຊື້ອຄວາມເປັນມາ, ຄວາມໝາຍສໍາຄັນຂອງ ວັນທີ 2 ທັນວາ ປີ1975, ຜົນສໍາເລັດໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 44 ປີ; ຄຸນງາມ ຄວາມດີ ວິລະກໍາອັນລໍ້າເລີດ ແລະ ຜົນງານອັນໃຫຍ່ຫຼວງຮອບດ້ານທີ່ປະທານ ໄກສອນ ພົມວິຫານ ພ້ອມດ້ວຍບັນດາທ່ານ ຜູ້ນໍາຮຸ່ນທໍາອິດ ໄດ້ສ້າງໄວ້, ເຊິ່ງຍາມໃດກໍຍັງເປັນແວ່ນແຍງອັນໃສແຈ້ງ ໃຫ້ພວກເຮົາຄົນຮຸ່ນສືບທອດ ຕ້ອງອອກແຮງທະນຸ ບໍາລຸງ ເພີ່ມພູນຄູນສ້າງ ດ້ວຍກຽດສັກສີຂອງຕົນ, ພ້ອມກັນຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທໍາປະຕິວັດ ຂອງພວກເພິ່ນ ໄປຜັນຂະຫຍາຍເຂົ້າໃສ່ ການປະຕິບັດໜ້າທີ່ວຽກງານອັນສູງສົ່ງທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ ໃຫ້ບັນລຸຜົນສໍາເລັດ ຢ່າງມີໄຊສະຫງ່າງາມ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 31 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 348 |
![]() | ເດືອນນີ້ | 684 |
![]() | ທັງໝົດ | 221105 |