ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງເຊກອງ ຄັ້ງທີ 11 ສະໄໝທີ IX ໄດ້ດໍາເນີນແຕ່ວັນທີ 17-19/6/2020 ທີ່ສະໂມສອນແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັັກ, ເລຂາພັກແຂວງ-ເຈົ້າແຂວງເຊກອງ; ມີບັນດາສະຫາຍຄະນະປະຈໍາພັກແຂວງ ກໍາມການພັກແຂວງ, ເລຂາໜ່ວຍພັກ-ຄະນະພັກຮາກຖານ ພະແນກການອ້ອມຂ້າງແຂວງ ທີ່ບໍ່ແມ່ນຄະນະພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ 4 ຕົວເມືອງ ແລະ ພະນັກງານບໍານານ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ສະຫຼຸບ-ຕີລາຄາຢ່າງພາວະວິໄສ ການຊີ້ນໍາ-ນໍາພາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2020
ດໍາເນີນໄປໃນທ່າມກາງ ການແຜ່ລະບາດຂອງພະຍາດ ໂຄວິດ 19, ແຕ່ແຂວງເຊກອງດິນແດນວິລະຊົນຄົນອາດຫານ ກໍຍັງສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ຢ່າງໃດກໍຕາມ ຍ້ອນໄດ້ຮັບຜົນກະທົບຈາກການລະ ບາດຂອງພະຍາດ ໂຄວິດ 19 ຈຶ່ງເຮັດໃຫ້ການປະຕິບັດຄາດໝາຍສູ້ຊົນຫຼາຍດ້ານ ບໍ່ບັນລຸຄາດໝາຍ ໃນນັ້ນ, ໜັກກວ່າໝູ່ແມ່ນຂົງເຂດເສດຖະກິດ ແລະ ຂະແໜງການອື່ນ ກໍໄດ້ຮັບຜົນກະທົບໜັກສົມຄວນເຊັ່ນກັນ; ເຊິ່ງເລັ່ງທວງໃຫ້ຄະນະພັກທຸກຂະແໜງການ ຕ້ອງໄດ້ຍົກສູງຄວາມສາມາດນໍາພາ ຊອກຫາວິທີທາງແກ້ໄຂບັນຫາຕັ້ງຂຶ້ນໃຫ້ທັນການ ຜ່ານຜ່າວິກິດຄັ້ງນີ້ຢ່າງມີໄຊ; ຕະລຸມບອນເຂົ້າໃສ່ການປະຕິບັດວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ໃຫ້ເກີດໝາກຜົນຕົວຈິງ.
ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງ ການປະກອບຄໍາເຫັນໃສ່ຮ່າງ ບົດລາຍງານການເມືອງເພື່ອລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ເຊິ່ງຈະໄດ້ດໍາເນີນຢ່າງເປັນທາງການ ໃນທ້າຍເດືອນກໍລະກົດ ປີ 2020; ໂດຍຜູ້ແທນສ່ວນຫຼາຍ ແມ່ນເຫັນດີເປັນເອກະພາບ, ການປະກອບຄໍາເຫັນ ດໍາເນີນໄປດ້ວຍບັນຍາກາດ ທີ່ສ້າງສັນ ກົງໄປ-ກົງມາ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ສອດຄ່ອງກັບການເລັ່ງທວງ ຂອງສະພາບການໃນໄລຍະໃໝ່.
ໃນຕອນທ້າຍ, ສະຫາຍ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັັກ, ເລຂາພັກແຂວງ-ເຈົ້າແຂວງ ເຊກອງ; ກໍໄດ້ມີຄໍາເຫັນຊີ້ນໍາ ໃຫ້ອະນຸເນື້ອໃນກອງປະຊຸມໃຫຍ່ ປັບປຸງຄື່ນຕື່ມອີກບາງຈຸດ-ບາງເນື້ອໃນທີ່ຍັງບໍ່ທັນຈະແຈ້ງ-ຄົບຖ້ວນ ຕາມການສະເໜີຂອງບັນດາທ່ານຜູ້ແທນ, ພ້ອມທັງ ເນັ້ນໜັກໃຫ້ຜູ້ແທນກອງປະຊຸມ ຈົ່ງນໍາເອົາເນື້ອໃນຈິດໃຈທີ່ກອງປະຊຸມໄດ້ຮັບຮອງເອົາ ໄປຜັນຂະຫຍາຍເປັນແຜນງານ ໂຄງການຢ່າງລະອຽດ ແລະ ຊີ້ນໍາ-ນໍາພາປະຕິບັດໃຫ້ເປັນຈິງ, ຮັບປະກັນໃຫ້ການດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ບັນລຸຜົນສໍາເລັດ ຕາມຄາດໝາຍທີ່ວາງໃວ້ ແລະ ກ້າວໄປເຮັດຫຼ້ອນໜ້າທີ່ ປີ 2020 ດ້ວຍຄວາມເບີກບານມ່ວນຊື່ນ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 51 |
![]() | ມື້ວານນີ້ | 64 |
![]() | ອາທິດນີ້ | 93 |
![]() | ເດືອນນີ້ | 1046 |
![]() | ທັງໝົດ | 194247 |