• ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີ
  • ແຂວງເຊກອງຈັດພິທີປາຖະກະຖາ ວັນສ້າງຕັ
  • ຄະນະໂຄສະນາອົບຮົມແຂວງ ຈັດປາຖະກະຖາ 2
  • ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກ
  • ຄະນະໂຄສະນາອົບຮົມແຂວງ ເຂົົ້າຮ່ວມກອງ
  • ແຂວງເຊກອງໄດ້ເປີດກອງປະຊຸມ ວຽກງານການ
ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ  ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

    ວັນທີ 31 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີ ສະເຫຼີມສະຫຼອງ ວັນເດັກນ້...
ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

          ກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້...
Previous
Next

ຂ່າວໃໝ່

ຄ.ອ.ຂ ເປີດບັ້ນເຊື່ອມຊຶມເອກະສານສໍາຄັນຂອງພັກ-ຂອງຊາດ

       ຕອນເຊົ້າວັນທີ8/7/2020ຄະນະໂຄສະນາອົບຮົມແຂວງໄດ້ເປີດບັ້ນເຊື່ອມຊຶມເອກະສານສໍາຄັນຂອງພັກ-ຂອງຊາດຂຶ້ນຢູ່ຫ້ອງປະຊຸມຊັ້ນ:3(ຫ້ອງວ່າການຫຼັງເກົ່າ);ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍດາວວີສວຍທະລັງສີກໍາມະການພັກແຂວງ-ເລຂາໜ່ວຍພັກ,ພ້ອມດ້ວຍຄະນະພັກແລະສະມາຊິກພັກ,ພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ເນື້ອໃນທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ປະກອບດ້ວຍ:

- ມະຕິ ເລກທີ 072/ກມສພ, ລົງວັນທີ 4/5/2019 ວ່າດ້ວຍ ລະບອບການຮໍ່າຮຽນທິດສະດີການເມືອງ ແລະ ມະຕິ ເລກທີ 073/ກມສພ, ລົງວັນທີ 14/5/2019 ວ່າດ້ວຍການສ້າງແຜນກໍ່ສ້າງ-ບໍາລຸງພະນັກງານນໍາພາ-ຄຸ້ມຄອງ.

- ຄໍາສັ່ງ ເລກທີ 03/ຄລສພ, ລົງວັນທີ 15/5/2019 ວ່າດ້ວຍການປັບປຸງຫຼັກສູດການຮຽນ-ການສອນທິດສະດີການເມືອງ ໃນລະບົບໂຮງຮຽນພັກ ແລະ ລະບົບການສຶກສາແຫ່ງຊາດ.

- ຂໍ້ກໍານົດ ເລກທີ 01/ຄລສພ, ລົງວັນທີ 15/5/2019 ວ່າດ້ວຍການການຢັ້ງຢືນ ລະດັບທິດສະດີການເມືອງ ແລະ ຄໍາແນະນໍາ ເລກທີ 204/ຄຈສພ, ລົງວັນທີ 5/11/2019 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍລະບອບຮໍ່າຮຽນທິດສະດີການເມືອງ, ການສ້າງກໍ່ສ້າງ-ບໍາລຸງພະນັກງານນໍາພາ-ຄຸ້ມຄອງ ແລະ ຂໍ້ກໍານົດຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຢັ້ງຢືນລະດັບທິດສະດີການເມືອງ; ສະເໜີໂດຍ: ສະຫາຍ ດາວວີ ສວຍທະລັງສີ ກໍາມະການພັກແຂວງ-ເລຂາ  ໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.

- ມະຕິ ເລກທີ 25/ກມສພ, ລົງວັນທີ22/12/2014 ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ; ສະເໜີໂດຍ: ສະຫາຍ ແສງຄໍາ ສຸວັນແດງ ຮອງເລຂາໜ່ວຍພັກ-ຮອງຄະນະໂຄສະນາອົບຮົມແຂວງ.

- ດໍາລັດ ເລກທີ 116/ລບ, ລົງວັນທີ 22/4/2019 ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ; ສະເໜີໂດຍ: ສະຫາຍ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກ-ຮອງຄະນະໂຄສະນາອົບຮົມແຂວງ.

- ຄໍາສັ່ງຂອງເຈົ້າແຂວງເລກທີ 12/ຈຂ.ຊກ, ລົງວັນທີ 27/6/2020 ວ່າດ້ວຍທິດຊີ້ນໍາກ່ຽວກັບການສືບຕໍ່ຊຸກຍູ້, ຊີ້ນໍາຂະບວນການແຂ່ງຂັນຮັກຊາດ-ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງສະເໜີໂດຍ: ທ່ານ ນ. ຈັນສະໄໝ ວິໄລສານ ຮອງຄະນະໂຄສະນາອົບຮົມແຂວງ.

- ຄໍາສັ່ງແນະນໍາ ຂອງເຈົ້າແຂວງເລກທີ 17/ຈຂ.ຊກ, ລົງວັນທີ 2/4/2020 ເລື່ອງການຈັດຕັ້ງປະຕິບັດດໍາລັດ 473/ນຍ, ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປະຈຳປີ 2020; ສະເໜີໂດຍ: ທ່ານ ເສົາພະຫັນ ຄໍາສົງກາ ຫົວໜ້າຫ້ອງການບໍລິຫານ

ຈຸດປະສົງ ກໍເພື່ອສຶກສາອົບຮົມ ສະມາຊິກພັກ, ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ໃຫ້ເຊີດຊູມານະຈິດປະຕິວັດບຸກ, ຍົກສູງນໍ້າໃຈຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ ແລະ ສູ້ຊົນຜ່ານຜ່າ ປະຕິບັດ  ໜ້າທີ່ ທີ່ຖືກມອບໝາຍ ໃຫ້ບັນລຸຜົນສໍາເລັດໃໝ່ ໃຫຍ່ຂຶ້ນໄປເລື້ອຍໆ.

          ຕອນທ້າຍພິທີ ທ່ານຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເນັ້ນໜັກໃຫ້ສະມາຊິກພັກ, ພະນັກ ງານທັງໝົດ ຈົ່ງເປັນເຈົ້າການເຂົ້າຮ່ວມ ທຸກຂະບວນການວຽກງານ ເພື່ອເອກອ້າງທະນົງ ແລະ ຂໍ່ານັບຊົມເຊີມກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ທີ່ຈະໄຂຂຶ້ນໃນທ້າຍເດືອນກໍລະກົດນີ້ ໃຫ້ມີຜົນສໍາເລັດຢ່າງຈົບງາມ; ບັນຫາສໍາຄັນອີກອັນໜຶ່ງ ແມ່ນໃຫ້ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຂອງພວກຄົນບໍ່ດີ; ພ້ອມນັ້ນ ກໍຈົ່ງຍົກສູງນໍ້າໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍການປູກ-ການລ້ຽງ ຫຼື ວິທີທາງອື່ນອີກ ຕາມເງື່ອນໄຂ ແລະ ທ່າແຮງຂອງແຕ່ລະຄອບຄົວ ເພື່ອປັບປຸງຍົກລະດັບຄຸນນະພາບຊີວິດການເປັນຢູ່ ໃຫ້ສອດຄ່ອງກັບ ສະພາບການໃນໄລຍະໃໝ່ ຫຼື Newnormal.

                                        

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 6  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

221104
ມື້ນີ້ມື້ນີ້30
ມື້ວານນີ້ມື້ວານນີ້63
ອາທິດນີ້ອາທິດນີ້347
ເດືອນນີ້ເດືອນນີ້683
ທັງໝົດທັງໝົດ221104