ຕອນເຊົ້າວັນທີ 7/10/2020 ທີ່ຫ້ອງປະຊຸມຄະນະປະຈໍາພັກແຂວງ, ທ່ານ ປ.ອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮມແຂວງເຊກອງ; ໃນພິ ທີທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງ ຫົົວໜ້າຄະນະໂຄສະນາອົບຮົມ ແຂວງ ໄດ້ກ່າວຕ້ອນ ຮັບແລະຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ການມາເຄື່ອນໄຫວເຮັດວຽກຢູ່ ແຂວງ ເຊກອງ ຂອງທ່ານໃນເທື່ອນີ້; ພ້ອມທັງລາຍງານສະພາບລວມການຊີ້ນໍາ-ນໍາພາວຽກງານໂຄສະ ນາໃນປີຜ່ານມາໃຫ້ ທ່ານຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກຮັບຊາບຕື່ມອີກ.
ຫຼັງຈາກນັ້ນ, ທ່ານ ປ.ອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເພື່ອເປັນເຂັມຊີ້ທິດເຍືອງທາງ, ກ່ອນອື່ນທ່ານໄດ້ ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້; ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ບາງເນື້ອໃນຈິດໃຈສໍາຄັນດັ່ງນີ້:
1. ຕ້ອງກໍາແໜ້ນທີ່ຕັ້ງ, ບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ບົນພື້ນຖານນັ້ນ ກໍພ້ອມກັນອອກແຮງເຄື່ອນໄຫວ ຈັດຕັ້ງປະຕິບັດຕາມພາລະບົດບາດ ໃຫ້ມີປະສິດທິພາບ-ປະສິດທິຜົນຢ່າງແທ້ຈິງ.
2. ຕ້ອງດໍາເນີນການໂຄສະນາ ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສອດຫ້ອຍເຂົ້າທຸກຂົງເຂດຊີວິດສັງຄົມ ດ້ວຍຫຼາຍຮູບການ ທີ່ສອດຄ່ອງເໝາະສົມ ກັບແຕ່ລະເປົ້າໝາຍ, ຕອບແກ້ຢ່າງທັນການບັນຫາທີ່ສັງຄົມຕັ້ງຂຶ້ນ, ສ້າງໃຫ້ໄດ້ສະຕິລະວັງຕົວ ຕໍ່ກົນອຸບາຍທໍາລາຍມ້າງເພ ຂອງອິດທິກໍາລັງປໍລະປັກ; ສ້າງໃຫ້ມີການຫັນປ່ຽນໃໝ່ທາງດ້ານແນວຄິດ-ຈິນຕະນາການ; ຍົກສູງຈິດໃຈ ເພິ່ງຕົນເອງ ກຸ້ມຕົນເອງແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເອົາໃຈໃສ່ໃຫ້ຫຼາຍກວ່າກົ່າ ຕໍ່ວຽກງານຄົ້ນຄວ້າທິດສະດີ-ສັງລວມພຶດຕິກໍາພາຍໃນທ້ອງຖິ່ນ.
3. ຄະນະພັກ ຕ້ອງມີສາຍຕາວິທະຍາສາດ ເພື່ອຊອກໃຫ້ເຫັນພະນັກງານ ຜູ້ມີຄວາມຂະຫຍັນເຮັດແທ້ທໍາຈິງ, ມີພອນສະຫວັນດ້ານຂີດຂຽນ, ການປາກເວົ້າ ຈາກນັ້ນກໍວາງແຜນຊ່ວຍເຫຼືອກໍ່ສ້າງ ແລະ ບັນຈຸສັບຊ້ອນເຂົ້າໃນຕໍາແໜ່ງງານ ທີ່ເໝາະສົມກັບຄວາມຮູ້ຄວາມສາມາດ ເພື່ອສ້າງເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ, ອີກດ້ານໜຶ່ງ ກໍຕ້ອງປະຕິບັດນະໂຍບາຍທາງດ້ານວັດຖຸ ແລະ ຈິດໃຈໃຫ້ພະນັກງານຢ່າງເໝາະສົມ.
4. ບັນຫາສໍາຄັນທີ່ສຸດແມ່ນ ຕ້ອງເພີ່ມຄວາມສາມັກຄີ ພາຍໃນໝູ່ຄະນະພັກ, ພາຍໃຕ້ແນວທາງນະໂຍບາຍຂອງພັກ ໃຫ້ໜັກແໜ້ນຢ່າງສະເໝີຕົ້ນ-ສະເໝີປາຍ, ເພາະວ່າຖ້າຂາດຄວາມສາມັກຄີແລ້ວຈະເຮັດອັນໃດ ກໍຍາກທີ່ຈະປະສົບຜົນສໍາເລັດ, ດັ່ງຄໍາສຸພາສິດບູຮານລາວກ່າວໃວ້ວ່າ: ໄມ້ລໍາດຽວລ້ອມຮົ້ວບໍໄຂວ່ ໄພ່ບໍ່ພ້ອມແປງບ້ານກໍບໍ່ເຮືອງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 60 |
![]() | ມື້ວານນີ້ | 182 |
![]() | ອາທິດນີ້ | 353 |
![]() | ເດືອນນີ້ | 484 |
![]() | ທັງໝົດ | 233956 |