ຕອນເຊົ້າວັນທີ 12/11/2020 ທີ່ຫ້ອງປະຊຸມຊັ້ນ: 3 (ຫ້ອງວ່າການແຂວງຫຼັງເກົ່າ) ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ແລະ ມອບບັດສະມາຊິກພັກສົມບູນທີ່ໄດ້ມາດຖານຂຶ້ນຢ່າງເປັນທາງການ; ໂດຍການເປັນປະທານຂອງ ສະຫາຍ ນ. ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະພັກ, ສະມາຊິກພັກພະນັກງານລັດຖະກອນ ພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກຮາກຖານ ຮອງຄະນະໂຄສະນາອົບຮົມແຂວງ ກໍໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະປະຈໍາພັກແຂວງ ເລກທີ 32/ຄຈພຂ, ລົງວັນທີ 23/10/2020ວ່າດ້ວຍບົ່ງຕົວແຕ່ງຕັ້ງ ສະຫາຍ ນ. ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເປັນເລຂາໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ແລະ ມະຕິຕົກລົງເລກທີ 249/ຄຈພຂ, ລົງວັນທີ 22/07/2020 ວ່າດ້ວຍການອອກບັດ ແລະ ມອບບັດໃຫ້ສະມາຊິກພັກສົມບູນທີ່ໄດ້ມາດຖານ; ການມອບບັດໃຫ້ສະມາຊິກພັກສົມບູນ ທີ່ໄດ້ມາດຖານຄັ້ງນີ້ ເປັນຊຸດທີ IV ແລະ ມີ 4 ສະຫາຍ ມອບບັດໂດຍສະຫາຍ ນ. ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ເລຂາໜ່ວຍພັກຮາກຖານ ຫົວໜ້າຄະນະໂຄສະນາອົບຮົມແຂວງ; ພ້ອມທັງໃຫ້ກຽດໂອ້ລົມເພື່ອຊີ້ທິດເຍືອງທາງ ເຊິ່ງສະຫາຍເລຂາ ໄດ້ສະແດງຄວາມຊົມເຊີຍສັນລະເສີນ ຕໍ່ຜົນງານທີ່ ບັນດາສະຫາຍຍາດມາໄດ້, ນໍາໃຊ້ບັດໃຫ້ຖືກຕ້ອງ ຕາມກົດລະບຽບຂອງພັກ, ເອົາໃຈຄົ້ນຄວ້າຮໍ່າຮຽນ ເພື່ອກໍາ ແໜ້ນແນວທາງນະໂຍບາຍພັກ, ເຊີດຊູຄວາມເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ພັດຕົນເອງໃນທຸກດ້ານ ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຫຼັງຈາກນັ້ນ ຕາງໜ້າໃຫ້ສະມາຊິກພັກ ທີ່ໄດ້ຮັບບັດໃນເທື່ອນີ້ ກໍໄດ້ຂຶ້ນກ່າວຮັບເອົາ ຄໍາໂອວາດຕັກເຕືອນຈາກສະຫາຍເລຂາ ພ້ອມທັງປະຕິຍານວ່າ: ຈະພ້ອມກັນ ບຸກບືນສູ້ຊົນຄົ້ນຄວ້າຮໍ່າຮຽນ ເພື່ອກໍາ ແໜ້ນເນື້ອໃນຈິດໃຈຊີ້ນໍາ ຂອງສະຫາຍເລຂາຄັ້ງນີ້ ເຊື່ອມສານເຂົ້າໃສ່ການປະຕິບັດ ພັນທະ ໜ້າທີ່ ສິດ ແລະ ຂໍ້ຫ້າມ ຕາມກົດລະບຽບຂອງພັກວາງອອກ ໃຫ້ໄດ້ຢ່າງເຂັ້ມງວດ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 37 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 88 |
![]() | ມື້ວານນີ້ | 66 |
![]() | ອາທິດນີ້ | 72 |
![]() | ເດືອນນີ້ | 2708 |
![]() | ທັງໝົດ | 208814 |