ໃນລະຫວ່າງວັນທີ 28-29/12/2020 ຜ່ານມາ, ທີ່ໂຮງຮຽນ ມ. ຕົ້ນ ຕາຕື ຄະນະໂຄສະນາອົບຮົມແຂວງ ຮ່ວມກັບ ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຫ້ອງການໂຄສະນາອົບຮົມເມືອງດາກຈຶງ ໄດ້ເປີດບັ້ນອົບຮົມຄວາມຮູ້ດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ເລຂາໜ່ວຍພັກ-ນາຍບ້ານ, ແພດໝໍປະຈໍາສຸກສາລາ, ຄູອາຈານ, ເລຂາຊາວໜຸ່ມ-ປະທານແມ່ຍິງ 3 ບ້ານ ທີ່ຂຶ້ນກັບກຸ່ມຕາຕື ຄື: ບ້ານດາກມິ, ດາກບຣູ ແລະ ດາກເລ ມີຜູ້ເຂົ້າຮ່ວມທັງໝົດ 40 ຄົນ, ຍິງ 10 ຄົນ; ໂດຍການເປັນກຽດເຂົ້າຮ່ວມກ່າວເປີດ, ມອບໃບຢັ້ງຢືນ ແລະ ກ່າວປິດພິທີ ຂອງທ່ານ ເພັງນາ ຈັນທະພອນ ຮອງເລຂາພັກເມືອງ ປະທານຄະນະກວດກາພັກເມືອງ.
ສໍາລັບເນື້ອໃນທີ່ນໍາໃຊ້ເຂົ້າໃນການອົບຮົມເທື່ອນີ້ ມີ 5 ບົດຄື:
ບົດທີ 1 ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງປະຊາຊົນລາວ ສະເໜີໂດຍ: ທ່ານ ເພັງນາ ຈັນທະພອນ ຮອງເລຂາພັກເມືອງ ປະທານຄະນະກວດກາພັກເມືອງ.
ບົດທີ 2 ລະບົບການເມືອງ ແລະ ການປົກຄອງ ໃນລະບອບປະຊາຊທິປະໄຕປະຊາຊົນ ສະເໜີໂດຍ: ທ່ານແສງຄໍາ ສຸວັນແດງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ບົດທີ 3 ຍົກສູງຄວາມສາມາດນໍາພາ ຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ
ບົດທີ 4 ການສ້າງບ້ານເປັນຫົວໜ່ວຍພັດທະນາ (ບົດທີ 3-4 ສະເໜີໂດຍ: ທ່ານ ນ. ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ).
ບົດທີ 5 ການແກ້ໄຂຄວາມທຸກຍາກ ແລະ ການຜະລິດເປັນສິນຄ້າ ສະເໜີໂດຍ: ທ່ານ ວຸດສໍາພັນ ນິນໂພໄຊ ຮອງຫົວໜ້າຫ້ອງການໂຄສະນາອົບຮົມເມືອງດາກຈຶງ.
ຈຸດປະສົງ ກໍເພື່ອຍົກລະດັບຄວາມຮູ້ ດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ສໍາລັບຜູ້ທີ່ນໍາພາ-ຄຸ້ມຄອງຢູ່ຮາກຖານ, ໂດຍສະເພາະແມ່ນ ເລຂາໜ່ວຍພັກ, ນາຍບ້ານ ໃຫ້ກາຍເປັນຜູ້ນໍາທີ່ເຂັ້ມແຂງ, ເປັນນັກພັດທະນາກອນທີ່ຫ້າວຫັນ, ອັນສໍາຄັນແມ່ນ ເພື່ອສຶກສາອົບຮົມປະຊາຊົນພາຍໃນບ້ານ ໃຫ້ຕື່ນຕົວຮັບຮູ້ຢ່າງຈະແຈ້ງວ່າ ການແກ້ໄຂຄວາມທຸກຍາກ ແມ່ນເລີ່ມຈາກຄອບຄົວ ການສ້າງຄອບຄົວ ໃຫ້ກິນອິ່ມ-ນຸ່ງອຸ່ນ, ກິນແຊບ ນຸ່ງງາມນັ້ນ ຕ້ອງແມ່ນປະຊາຊົນເອງ ເປັນຜູ້ສ້າງມັນຂຶ້ນ ໂດຍມີອົງການຈັດຕັ້ງທີ່ກ່ຽວຂ້ອງ ຂອງພັກ-ລັດ ເປັນຜູ້ສ້າງເງື່ອນໄຂອໍານວຍໃຫ້; ຫາກບໍ່ແມ່ນວ່າ ຄອຍຖ້າຮັບເອົາແຕ່ການຊ່ວຍເຫຼືອ ຈາກພັກ-ລັດ ພຽງຢ່າງດຽວ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 57 |
![]() | ມື້ວານນີ້ | 64 |
![]() | ອາທິດນີ້ | 99 |
![]() | ເດືອນນີ້ | 1052 |
![]() | ທັງໝົດ | 194253 |