ໃນຕອນເຊົ້າວັນທີ 3 ມີນາ 2021 ທີ່ຫ້ອງປະຊຸມຊັ້ນ 3 ຕຶກຫ້ອງວ່າການແຂວງຫຼັງເກົ່າ, ໜ່ວຍສະຫະພັນແມ່ຍິຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອວັນແມ່ຍິງສາກົນຄົບຮອບ 111 ປີ (8 ມີນາ 1910 - 8 ມີນາ 2021), ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວ ໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານ ລັດຖະກອນ ທັງຍິງ ແລະ ຊາຍ ພາຍໃນກົມກອງເຂົ້າຮ່ວມ;
ຈຸດປະສົງເພື່ອຫວນຄືນມູນເຊື້ອວັນແມ່ຍິງສາກົນ ແລະ ໂຄສະນາສຶກສາອົບ ຮົມການເມືອງ - ນໍາພາແນວຄິດ ພະນັກງານ ສະມາຊິກພັກ ໃຫ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນ ຂອງວັນທີ 8 ມີນາ ເພື່ອທວງເອົາສິດສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ເພີ່ມທະວີຄວາມຮູ້, ຄວາມສາມາດຂອງແມ່ຍິງ ໃນການພັດທະນາເສດຖະກິດ - ສັງຄົມ, ຕີຖອຍທັດສະນະຜິດເຂວ ທີ່ມີຕໍ່ແມ່ຍິງ; ຖືໂອກາດສໍາຄັນນີ້ ປຸກລະດົມມານະຈິດປະຕິວັດຂອງພະນັກ ງານ - ລັດຖະກອນ ໃຫ້ຟົດຟື້ນແຂງແຮງກວ່າເກົ່າ, ເປັນເຈົ້າການ ປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງຂື້ນກວ່າເກົ່າ.
ໃນພິທີ ທ່ານ ນາງ ຈັນສະໄໝ ວິໄລສານ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານ ໜ່ວຍສະຫະ ພັນແມ່ຍິງຮາກຖານ ໄດ້ຜ່ານເອກະສານປະຫວັດຄວາມເປັນມາ, ຄວາມໝາຍສໍາຄັນຂອງວັນແມ່ຍິງສາກົນ ແລະ ຜົນ ງານທີ່ສູນກາງສະຫະພັນແມ່ຍິງລາວ ກໍຄື ສະຫະພັນແມ່ຍິງແຂວງ ເຊກອງ ຍາດມາໄດ້ ໃນປີຜ່ານມາ; ຈາກນັ້ນ ທ່ານ ນາງ ທີ ວໍລະສິງ ຮອງປະທານໜ່ວຍສະຫະພັນແມ່ຍິງຮາກຖານ ກໍໄດ້ຂຶ້ນຜ່ານບົດສະຫຼຸບ - ຕີລາຄາວຽກງານຂອງໜ່ວຍ ໂດຍໄດ້ຊີ້ໃຫ້ເຫັນຜົນງານ, ຜົນສໍາເລັດ, ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການ ປີ 2021.
ໃນໂອກາດອັນມີຄວາມໝາຍສໍາຄັນນີ້ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ, ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ ແລະ ມີຄວາມເປັນຫ່ວງເປັນໄຍໃນດ້ານອ່ອນຂໍ້ຄົງຄ້າງ, ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍ ແລະ ສະມາຊິກສະຫະ ພັນແມ່ຍິງ ເອົາໃຈໃສ່ບາງບັນຫາສໍາຄັນດັ່ງນີ້:
1. ເອົາໃຈໃສ່ ໃນການແກ້ໄຂບັນຫາຫຍໍ້ທໍ້ ທີ່ເກີດຂຶ້ນໃນຖັນແຖວເອື້ອຍນ້ອງແມ່ຍິງ ໃຫ້ຫຼາຍຂື້ນກວ່າເກົ່າ.
2. ເພີ່ມທະວີ ການມີສ່ວນຮ່ວມຂອງແມ່ຍິງ ໃນທຸກຂະບວນການວຽກງານ ໃຫ້ຄຽງບ່າຄຽງໄຫຼ່ກັບເພດຊາຍ ເທົ່າທີ່ຈະເຮັດໄດ້.
3. ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງ ໜ່ວຍສະຫະພັນແມ່ຍິງຮາກຖານຄະນະໂຄສະນາອົບຮົມແຂວງ ຫັນຈາກຄໍາພີ ສູ່ການກະທໍາຕົວຈິງ, ເຊື່ອມສານເຂົ້າໃສ່ການປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 3 ດີ ໃຫ້ມີໝາກຜົນຕົວຈິງ.
4. ເພີ່ມທະວີ ກົນໄກວິທະຍາສາດ ສ້າງຄວາມໝັ້ນໃຈໃຫ້ແກ່ສະມາຊິກກອງທຶນໃນການຄຸ້ມຄອງເງິນກອງທຶນໃຫ້ທັນສະໄໝ ແລະ ມີຄວາມຍືນຍົງ.
( ເຊິ່ງພິທີດັ່ງກ່າວໄດ້ດໍາເນີນເປັນເວລາເຄິ່ງວັນ ແລະ ປິດລົງໃນເວລາ 11 ໂມງ 30 ນາທີ )
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 79 |
![]() | ມື້ວານນີ້ | 182 |
![]() | ອາທິດນີ້ | 372 |
![]() | ເດືອນນີ້ | 503 |
![]() | ທັງໝົດ | 233975 |