ວັນທີ 17 ຕຸລາ 2022 ເວລາ 8:30ໂມງ ທ່ານ ບົວວົງ ພົມພັກດີ ຮອງຫົວໜ້າຄະນະບັນນາທິການວາລະສານ ໂຄສະນາ ພ້ອມທີມງານ ໄດ້ເຂົ້າພົບຄະນະໂຄສະນາອົບຮົມແຂວງ ເພື່ຶອປຶກສາຫາລື, ສ້າງແຜນເຄື່ອນໄຫວ ເກັບກຳຂໍ້ມູນ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບວຽກງານວາລະສານ ແລະ ເກັບກຳຂໍ້ມູນການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ ກໍຄືບັນຫາທີ່ພົ້ນເດັ່ນ ແລະ ບັນຫາຫຍໍ້ທໍ້ ທາງດ້ານແນວຄິດທົ່ວແຂວງ ແລະ ການແກ້ໄຂ.
ເວລາ 15:00ໂມງ ຂອງວັນດຽວກັນ ຄະນະບັນນາທິການວາລະສານໂຄສະນາສູນກາງ ແລະ ຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າພົບ ທ່ານ ຄຳສອນ ກອນເຢີ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງເພື່ອສຳພາດ ແລະ ເກັບກຳຂໍ້ມູນ ກ່ຽວກັບຜົນສຳເລັດໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະໄໝທີ X ຂອງອົງຄະນະພັກແຂວງ. ທ່ານ ຄຳສອນ ກອນເຢີ ໄດ້ມີຄຳເຫັນ ຕໍ່ບົດສຳພາດດັ່ງກ່າວ: ແຂວງເຊກອງໄດ້ສຸມໃສ່ ພັດທະນາເສດຖະກິດ-ສັງຄົມ ມີແຜນດຳເນີນງານມອບໃຫ້ 2 ພາກສວນ ຄື: ສອງກຳລັງປະກອບອາວຸດ ປກສ-ປກຊ ເປັນຕົວຊ່ວຍທີ່ສຳຄັນໃນການປະຕິບັດ ວາລະແຫ່ງຊາດ ແລະ ຍັງໄດ້ເອົາໃຈໃສວຽກງານຂອງ ຂະແໜງ ກະສິກຳ, ອຸດສະຫະກຳ, ການກໍ່ສ້າງພື້ນຖານໂຄງລ່າງ-ເສັ້ນທາງ ມີ:
ວັນທີ 18 ຕຸລາ 2022 ເວລາ 8:30 ໂມງ ຄະນະບັນນາທິການວາລະສານໂຄສະນາສູນກາງ, ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງລະມາມ ໄດ້ເຂົ້າພົບ ທ່ານ ວົງເດືອນ ຈັນທະບຸດຊຽງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລະມາມ ເພື່ອສຳພາດ ແລະ ເກັບກຳຂໍ້ມູນກ່ຽວກັບຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝ່ທີ IX ຂອງອົງຄະນະພັກເມືອງ. ໃນນີ້ ທ່ານ ວົງເດືອນ ຈັນທະບຸດຊຽງ ໄດ້ມີຄຳເຫັນຕໍ່ວຽກງານດັ່ງກ່າວດັ່ງນີ້: ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແມ່ນການຈັດຕັ້ງຜັນຂະມະຕິກອງໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິ X ຂອງອົງຄະນະພັກແຂວງເຊກອງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງລະມາມ, ຄຽງຄູ່ກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ; ມະຕິກອງປະຊຸມຄົບຄະນະບໍລິຫານງານຂອງສູນກາງພັກ; ບັນດາມະຕິຄໍາສັ່ງ; ຄໍາແນະນໍາ, ຂໍ້ກໍານົດ, ກົດລະບຽບຂອງພັກ ແລະ ນິຕິກໍາຕ່າງໆ ຂອງສູນກາງພັກ, ລັດຖະບານ ແລະ ກໍ່ຄືຂອງແຂວງ ກໍ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ດ້ວຍຄວາມຮັບຜິດຊອບສູງ. ອັນພົ້ນເດັ່ນ ເຮັດໃຫ້ທົ່ວເມືອງມີສະຖຽນລະພາບ, ເສດຖະກິດໄດ້ສືບຕໍ່ພັດທະນາ ເຮັດໃຫ້ອັດຕາການຂະຫຍາຍຕົວຢູ່ໃນລະດັບ 4,11% ລວມຍອດຜະລິດຕະພັນພາຍໃນ ຕາມລາຄາຂອງປີ ປະຕິບັດໄດ້ 742,47 ຕື້ກີບ ທຽບໃສ່ປະຊາກອນບັນລຸໄດ້ 18,56 ລ້ານກີບ/ຄົນ ຫຼື ເທົ່າກັບ 1.406,15 ໂດລາສະຫະລັດ ໃນນັ້ນ:
- ຂົງເຂດກະສິກໍາຂະຫຍາຍໂຕ 5,22%, ກວມເອົາ 53,61% ຂອງລວມຍອດຜະລິດຕະພັນພາຍໃນ.
- ຂົງເຂດອຸດສາຫະກໍາຂະຫຍາຍໂຕ 2,15%,ກວມເອົາ 5,85% ຂອງລວມຍອດຜະລິດຕະພັນພາຍໃນ.
- ຂົງເຂດບໍລິການ ຂະຫຍາຍໂຕ 2,95%, ກວມເອົາ 40,54% ຂອງ ລວມຍອດຜະລິດຕະພັນພາຍໃນ.
ຫລັງຈາກນັ້ນ ຄະນະບັນນາທິການວາລະສານໂຄສະນາສູນກາງ, ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງລະມາມ ໄດ້ລົງສຳພາດ ແລະ ເກັບກຳຂໍ້ມູນທີ່ຟາມລ້ຽງໝູປັນຍາຄູນ. ທ່ານ ພູມສະຫວັນ ຈັນທະປະເສີດ ຕ່າງໜ້າຟາມລ້ຽງໝູປັນຍາຄູນ ລາຍງານຫຍໍ໊ການຈັດຕັ້ງປະຕິບັດ ແລະ ລົງມືປັບປຸງພື້ນຖານໂຄງລ່າງທີ່ມີແລ້ວ ແຕ່ບ່າງສ່ວນມີການເປ້ເພເສຍຫາຍ ເພື່ອໃຫ້ນຳໃຊ້ໄດ້ຢ່າງປົກະຕິ ເປັນຕົ້ນລະບົບນ້ຳ, ລະບົບໄຟ, ອ່າງເກັບອາຈົມສັດ ແລະ ນ້ຳເປື້ອນຈາກໝູ, ເສັ້ນທາງ, ຮົ້ວຮາວ, ສາງເກັບມ້ຽນອາຫານສັດ ແມ່ນໄດ້ຖືກປັບປຸງສ້ອມແປງແກ້ໄຂແລ້ວ ມານຳໃຊ້ຢ່າງເປັນປົກະຕິ, ຟາມລ້ຽງໝູຊີ້ນ (ສາຍພັນລູກປະສົມ ລາດສະໄວ+ດູລ໋ອກ) ແມ່ນຕັ້ງຢູ່ບ້ານ ໂນນໜອງຫວ້າ, ເມືອງ ລະມາມ, ແຂວງ ເຊກອງ. ຟາມດັ່ງກ່າວແມ່ນ ສ້າງຂຶ້ນເພື່ອສະໜອງຊີ້ນໝູພາຍແຂວງເຊກອງ ແລະ ຈຳນວນໜຶ່ງສົ່ງອອກຂາຍຕ່າງແຂວງ, ເລີ່ມແຕ່ວັນທີ 22/4/2022 ເຖິງປະຈຸບັນ ໄດ້ນຳໝູເຂົ້າມາລ້ຽງຈຳນວນ 3,388 ໂຕ, ໝູທີ່ລ້ຽງແມ່ນສົມບູນແຂງແຮງບໍ່ມີໝູຕາຍ ແລະ ນຳອອກຂາຍແລ້ວ ຈຳນວນ 1,858 ໂຕ.
ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນໄດ້ດຳເນີນເປັນເວລາ 2 ວັນ 17-18 ຕຸລາ 2022 ແລະ ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 31 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 348 |
![]() | ເດືອນນີ້ | 684 |
![]() | ທັງໝົດ | 221105 |