ເວລາ 8:00 ໂມງ ຂອງວັນທີ 2 ກຸມພາ 2023 ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມລະບົບຖານຂໍ້ມູນລະບົບການນຳໃຊ້ຂໍ້ມູນຮ່ວມກັນ ແລະ ລະບົບສື່ສານພາກລັດ ຈີແຊລ໌/ຈີໄດຣ໌, ຈີແຊັດ (G-Share/G-Drive, G-Chat). ເຊິ່ງມີຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກເມືອງພັກເມືອງ 4 ຕົວເມືອງ ແລະ ບັນດາພະແນກການ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 11 ທ່ານ.
ທ່ານ ສຸດສະນະ ສີຫາວົງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ສື່ສານ ໄດ້ມີຄຳເຫັນຕໍ່ກອງປະຊຸມຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອນຳສະເໜີໃຫ້ຮູ້ວິທີການນຳໃຊ້ລະບົບຖານຂໍ້ມູນ ແລະ ລະບົບສື່ສານພາກລັດໃຫ້ແກ່ການນຳແຂວງ ໃຫ້ສາມາດຮັບຮູ້ ແລະ ເຂົ້າໃຈ, ສາມາດນຳໃຊ້ຢ່າງຄ່ອງຕົວ ເພື່ອກ້າວເຂົ້າສູ່ການຫັນເປັນທັນສະໄໝ, ໃນການພັດທະນາເສດຖະກິດ-ສັງຄົມດິຈິຕອນ ກໍຄືການພັດທະນາຢູ່ທຸກຂົງເຂດຂະແໜງການຢ່າງເປັນລະບົບ. ການຝຶກນຳໃຊ້ລະບົບດັ່ງກ່າວ ແມ່ນມີຄວາມສຳຄັນຫຼາຍເຊິ່ງເປັນນະວັດຕະກຳທີ່ທັນສະໄໝ, ນຳໃຊ້ເຕັກໂນໂລຊີເຂົ້າໃນການບໍລິຫານວຽກງານຂອງລະບົບພາກລັດໂດຍສະເພາະຢູ່ ສປປ ລາວ ຂອງພວກເຮົາ ພັກ ແລະ ລັດໄດ້ນຳພາ-ຊີ້ນຳບັນດາຂະແໜງການທຸກຂັ້ນໃຫ້ສົ່ງເສີມການຄົ້ນຄວ້າ, ພັດທະນາ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຕາມແນວທາງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 27 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 344 |
![]() | ເດືອນນີ້ | 680 |
![]() | ທັງໝົດ | 221101 |