ຕອນເຊົ້າຂອງວັນທີ 3 ມີນາ 2023 ເວລາ 8:30 ໂມງ ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປາຖະກະຖາ ເພື່ອສະເຫຼີມສະຫຼອງວັນແມ່ຍິງ ສາກົນ 8 ມີນາ 2023 ຄົບຮອບ 113 ປີ (8 ມີນາ 1910-8 ມີນາ 2023) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕ່າງໜ້າຈາກ ສະຫະພັນແມ່ຍິງແຂວງ, ພະນັກງານເພດຊາຍ ແລະ ສະມາຊິກ ສະຫະພັນແມ່ຍິງພາຍໃນໜ່ວຍສະຫະພັນແມ່ຍິງຂອງ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 9 ທ່ານ.
ທ່ານ ນາງ ຈັນສະໄໝ ວິໄລສານ ປະທານໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານ ປະຫວັດຄວາມເປັນມາ ຂອງວັນແມ່ຍິງສາກົນ 8 ມີນາ, ຈາກນັ້ນທ່ານ ນາງ ທີ ວໍລະສິງ ໄດ້ຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານຂອງໜ່ວຍໃນ 1 ປີ 2022.
ໃນພິທີອັນສະຫງ່າລາສີນີ້ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ໄດ້ກ່າວຊົມເຊີຍ ຜົນງານທີ່ໜ່ວຍສະຫະພັນແມ່ຍິງຍາດມາໄດ້ ໃນ 1 ປີຜ່ານມາ. ພາຍໃນໜ່ວຍແມ່ນໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານທຸກດ້ານ ເປັນຕົ້ນແມ່ນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງແມ່ຍິງ ຢ່າງຟົດຟື້ນ. ວັນທີ 8 ມີນາ ແມ່ນເປັນວັນສຳຄັນຂອງ ແມ່ຍິງໃນທົ່ວໂລກເວົ້າລວມ ເວົ້າສະເພາະກໍຄືແມ່ຍິງລາວ, ຊຶ່ງເວລາໃດພັກ-ລັດເຮົາໄດ້ຖືເອົາວັນດັ່ງກ່າວນີ້ເປັນວັນທີ່ມີຄວາມໝາຍສຳຄັນ. ນອກຈາກນີ້ທ່ານຍັງໄດ້ເນັ້ນໜັກໃຫ້ສະມາຊິກແມ່ຍິງໃນໜ່ວຍ ເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ຕັ້ງໜ້າພັດທະນາຕົນເອງພາຍໃຕ້ຄຳຂັວນ “ການນຳໃຊ້ດີຈີຕອນ ສຳລັບທຸກຄົນ: ການໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີເພື່ອຄວາມສະເໝີພາບຍິງ-ຊາຍ”.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 28 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 345 |
![]() | ເດືອນນີ້ | 681 |
![]() | ທັງໝົດ | 221102 |