• ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີ
  • ແຂວງເຊກອງຈັດພິທີປາຖະກະຖາ ວັນສ້າງຕັ
  • ຄະນະໂຄສະນາອົບຮົມແຂວງ ຈັດປາຖະກະຖາ 2
  • ຄະນະໂຄສະນາອົບຮົມແຂວງ ເຂົົ້າຮ່ວມກອງ
  • ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກ
  • ແຂວງເຊກອງໄດ້ເປີດກອງປະຊຸມ ວຽກງານການ
ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ  ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

    ວັນທີ 31 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີ ສະເຫຼີມສະຫຼອງ ວັນເດັກນ້...
ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

          ກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້...
Previous
Next

ຂ່າວໃໝ່

ແຂວງເຊກອງໄດ້ເປີດກອງປະຊຸມ ວຽກງານການເມືອງ-ແນວຄິດ ເພື່ອເພີ່ມທະວີການນໍາພາຂອງພັກ ສ້າງການຫັນປ່ຽນ ວຽກງານການເມືອງ-ແນວຄິດໄປສູ່ຄຸນະພາບໃໝ່ຢ່າງແຂງແຮງ

        ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງເຊກອງ ໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງ ວັນທີ 23 ມີນາ 2023. ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ພ້ອມດ້ວຍເລຂາພັກເມືອງ, ບັນດາຫົວໜ້າ ແລະ ຮອງ ພະແນກການອ້ອມຂ້າງແຂວງ ແລະ ອົງການທຽບເທົ່າເຂົ້າຮ່ວມທັງໝົດ 151 ສະຫາຍ, ຍິງ 21 ສະຫາຍ.

 

         ໃນກອງປະຊຸມ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດ ວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2016-2022 ແລະ ທິດທາງຮອດ ປີ 2025. ພ້ອມນັ້ນ ສະຫາຍ ນາງຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳການເມືອງ-ແນວຄິດ, ວຽກພັກ-ພະນັກງານ ໄດ້ເຊື່ອມຊຶມມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ແລະ ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່  ເຂົ້າໃນຊີວິດສັງຄົມຕົວຈິງ. ໃນວາລະກອງປະຊຸມ ພະແນກການອ້ອມຂ້າງແຂວງໄດ້ ແລະ ການນໍາຂັ້ນເມືອງ 4 ຕົວເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.

        ໃນກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການມີຄຳເຫັນຊີ້ນຳຈາກ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຊິ່ງໄດ້ຍົກໃຫ້ເຫັນ ຄວາມໝາຍ ຄວາມສຳຄັນ ໃນການຕີລາຄາ ການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດຂອງຄະນະນຳ ແຕ່ລະຂັ້ນ ໂດຍສະເພາະການຜັນຂະຫຍາຍມະຕິ XI ຂອງພັກ ໃຫ້ເຂົ້າສູ່ຊີວິດ-ສັງຄົມຕົວຈິງ ແລະ ສາມາດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ເພື່ອສຶບຕໍ່ຜັນຂະຫຍາຍວຽກງານການເມືອງ-ແນວຄິດໃຫ້ຄະນະພັກຂັ້ນຕ່າງໆໃຫ້ມີຄວາມ ເຂົ້າໃຈຢ່າງ ເລິກເຊິງ.

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

221108
ມື້ນີ້ມື້ນີ້34
ມື້ວານນີ້ມື້ວານນີ້63
ອາທິດນີ້ອາທິດນີ້351
ເດືອນນີ້ເດືອນນີ້687
ທັງໝົດທັງໝົດ221108