ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງເຊກອງ ໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງ ວັນທີ 23 ມີນາ 2023. ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ພ້ອມດ້ວຍເລຂາພັກເມືອງ, ບັນດາຫົວໜ້າ ແລະ ຮອງ ພະແນກການອ້ອມຂ້າງແຂວງ ແລະ ອົງການທຽບເທົ່າເຂົ້າຮ່ວມທັງໝົດ 151 ສະຫາຍ, ຍິງ 21 ສະຫາຍ.
ໃນກອງປະຊຸມ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດ ວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2016-2022 ແລະ ທິດທາງຮອດ ປີ 2025. ພ້ອມນັ້ນ ສະຫາຍ ນາງຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳການເມືອງ-ແນວຄິດ, ວຽກພັກ-ພະນັກງານ ໄດ້ເຊື່ອມຊຶມມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ແລະ ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ເຂົ້າໃນຊີວິດສັງຄົມຕົວຈິງ. ໃນວາລະກອງປະຊຸມ ພະແນກການອ້ອມຂ້າງແຂວງໄດ້ ແລະ ການນໍາຂັ້ນເມືອງ 4 ຕົວເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
ໃນກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການມີຄຳເຫັນຊີ້ນຳຈາກ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຊິ່ງໄດ້ຍົກໃຫ້ເຫັນ ຄວາມໝາຍ ຄວາມສຳຄັນ ໃນການຕີລາຄາ ການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດຂອງຄະນະນຳ ແຕ່ລະຂັ້ນ ໂດຍສະເພາະການຜັນຂະຫຍາຍມະຕິ XI ຂອງພັກ ໃຫ້ເຂົ້າສູ່ຊີວິດ-ສັງຄົມຕົວຈິງ ແລະ ສາມາດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ເພື່ອສຶບຕໍ່ຜັນຂະຫຍາຍວຽກງານການເມືອງ-ແນວຄິດໃຫ້ຄະນະພັກຂັ້ນຕ່າງໆໃຫ້ມີຄວາມ ເຂົ້າໃຈຢ່າງ ເລິກເຊິງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 74 |
![]() | ມື້ວານນີ້ | 182 |
![]() | ອາທິດນີ້ | 367 |
![]() | ເດືອນນີ້ | 498 |
![]() | ທັງໝົດ | 233970 |