• ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີ
  • ແຂວງເຊກອງຈັດພິທີປາຖະກະຖາ ວັນສ້າງຕັ
  • ຄະນະໂຄສະນາອົບຮົມແຂວງ ຈັດປາຖະກະຖາ 2
  • ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກ
  • ຄະນະໂຄສະນາອົບຮົມແຂວງ ເຂົົ້າຮ່ວມກອງ
  • ແຂວງເຊກອງໄດ້ເປີດກອງປະຊຸມ ວຽກງານການ
ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ  ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

    ວັນທີ 31 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີ ສະເຫຼີມສະຫຼອງ ວັນເດັກນ້...
ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

          ກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້...
Previous
Next

ຂ່າວໃໝ່

ຄະນະໂຄສະນາອົບຮົມແຂວງ ເຂົົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງ

          ຄະນະໂຄສະນາອົບຮົມແຂວງ ເຂົົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງ ປະຈຳໄຕມາດ I (1-2-3/ 2023)ໃນວັນທີ 28 ມີນາ 2023, ເວລາ 8:00 ໂມງເຊົ້າ ພາຍໃຕ້ການເຂົ້າຮ່ວມເປັນຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍພະນັກງານວິຊາການ ທີ່ຮັບຜິດຊອບວຽກງານເວັບໄຊສຂອງຄະນະໂຄສະນາອົບຮົມແຂວງ 16 ແຂວງ ແລະ 1 ນະຄອນຫລວງ ເຂົ້າຮ່ວມ.

          ໃນກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຜ່ານ ພາລະບົດ ບາດຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ຈາກນັ້ນຄະນະແອັດມິນແຕ່ລະແຂວງ ໄດ້ລາຍງານການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານເວັບໄຊສ ຂອງຄະນະໂຄສະນາອົບຮົມແຂວງຕົນ ໃນໄລຍະ 3 ເດືອນຜ່ານມາ.

        ໃນໂອກາດນີ້ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄຳເຫັນຕໍ່ກອງປະຊຸມ ເພື່ອແນໃສ່ຍົກສູງ ວຽກງານໂຄສະນາອົບຮົມໃຫ້ກ້າວເຂົ້າສູ່ຄວາມທັນສະໄໝ ເຊິ່ງຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ຄວາມສໍາຄັນ ຕໍ່ກັບວຽກງານດັັ່ງກ່າວ, ຮຽກຮ້ອງໃຫ້ບັນດາແຂວງ ມີເຄື່ອງມືໃນການໂຄສະນາ ໃຫ້ ແກ່ຄະນະພັກ, ຄະນະນໍາຂອງຕົນ; ເຊິ່ງເປັນຜົນສຳເລັດທີ່ບັນດາສະຫາຍຈັດຕັ້ງປະຕິບັດຜ່ານມາໃນການນໍາໃຊ້ ເວັບໄຊສເຂົ້າໃນການເຜີຍແຜ່ແນວທາງ, ມະຕິຄໍາສັັ່ງ, ການເຄື່ອນໄຫວຂອງຄະນະນໍາ ແລະ ປະຊາສຳພັນ ເຫັນວ່າຫຼາຍແຂວງສາມາດເຮັດໄດ້ດີ, ຕ່າງໜ້າໃຫ້ຄະນະພັກ ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ ຄະນະນໍາ ແລະ ຜູ້ຮັບຜິດຊອບເວບໄຊສຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ທີ່ໄດ້ເຊີດຊູຄວາມຮັບຜິດຊອບ, ເອົາໃຈໃສ່ຊີ້ນໍາ-ນໍາພາ ວຽກງານໄອທີໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ.

 

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 7  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

221103
ມື້ນີ້ມື້ນີ້29
ມື້ວານນີ້ມື້ວານນີ້63
ອາທິດນີ້ອາທິດນີ້346
ເດືອນນີ້ເດືອນນີ້682
ທັງໝົດທັງໝົດ221103