ໃນຕອນເຊົ້າຂອງວັນທີ 12 ເມສາ 2023 ແຂວງເຊກອງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955-22 ມີນາ 2023) ແລະ ວັນສ້າງຕັ້ງແຂວງເຊກອງ ຄົບຮອບ 39 ປີ (14 ເມສາ 1984-14 ເມສາ 2023) ພາຍໃຕ້ການເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ຄໍາບຸ່ນ ດ້ວງປັນຍາ ອະດິດກຳມະການສູນກາງພັກ, ອະດິດເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ພ້ອມດ້ວຍບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ແລະ ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພະນັກງານ-ລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 90 ສະຫາຍ, ຍິງ 25 ສະຫາຍ.
ສະຫາຍ ຄຳບຸ່ນ ດ້ວງປັນຍາ ອະດິດກຳມະການສູນກາງພັກ, ອະດິດເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ໃຫ້ກຽດ ເລົ່າມູນເຊື້ອຄວາມເປັນມາ ກ່ຽວກັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງແຂວງເຊກອງ. ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ຈຸດພິເສດການກຳເນີດ, ທາດແທ້ ແລະ ອຸດົມການຂອງພັກ, ຄວາມເປັນມາຂອງແຂວງເຊກອງກ່ອນປີ 1984 ເຖິງປະຈຸບັນ.
ພ້ອມກັນນັ້ນ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ກໍໄດ້ມີຄຳເຫັນ ຕໍ່ພິທີດັ່ງກ່າວ: ການຈັດປາຖະກະຖາໃນຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍ, ເປັນຄວາມເອກອ້າງທະນົງໃຈຢ່າງຍິງ ຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງຫຼາຍດ້ານທີ່ຍາດມາໄດ້ ໃນໄລຍະຜ່ານມາ, ປະຊາຊົນລາວບັນດາເຜົ່າ ກໍຄືປະຊາຊົນຊາວແຂວງເຊກອງ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ພ້ອມກັນເສີມຂະຫຍາຍມູນເຊື້ອ ແລະ ຜົນສຳເລັດອັນຍິ່ງໃຫຍ່ ເພື່ອເປັນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງແຕ່ລະຂະແໜງການໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 26 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 343 |
![]() | ເດືອນນີ້ | 679 |
![]() | ທັງໝົດ | 221100 |