• ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່
  • ແຂວງເຊກອງ ເປີດຊຸດຮຽນທິດສະດີການເມືອ
  • ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ
  • ຄະນະໂຄສະນາອົບຮົມແຂວງ ປາຖະກະຖາ ວັນສ
  • ແຂວງເຊກອງ ເຊື່ອມຊຶມມະຕິກອງປະຊຸມຄົບ
  • ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປ
ແຂວງເຊກອງ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ II ປະຈຳປີ 2023

ແຂວງເຊກອງ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ II ປະຈຳປີ 2023

       ໃນຕອນເຊົ້າ ຂອງວັນທີ 12 ກັນຍາ 2023 ເວລາ 8:30 ໂມງ ທ່ານ ນາງ ສີສະຫງ...
ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ  ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

       ວັນທີ 6-7 ກັນຍາ 2023 ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວ...
 

ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວ ວຽກງານໂຄສະນາ ຜ່ານສື່ເອເລັກໂຕຼນິກປະຈຳໄຕມາດ II

      ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັ...
Previous
Next

ຂ່າວໃໝ່

ແຂວງເຊກອງຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ແລະ ວັນສ້າງຕັ້ງແຂວງເຊກອງ ຄົບຮອບ 39 ປີ

         ໃນຕອນເຊົ້າຂອງວັນທີ 12 ເມສາ 2023   ແຂວງເຊກອງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955-22 ມີນາ 2023) ແລະ ວັນສ້າງຕັ້ງແຂວງເຊກອງ ຄົບຮອບ 39 ປີ (14 ເມສາ 1984-14 ເມສາ 2023) ພາຍໃຕ້ການເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ຄໍາບຸ່ນ ດ້ວງປັນຍາ ອະດິດກຳມະການສູນກາງພັກ, ອະດິດເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ພ້ອມດ້ວຍບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ແລະ ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພະນັກງານ-ລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 90 ສະຫາຍ, ຍິງ 25 ສະຫາຍ.

         ສະຫາຍ ຄຳບຸ່ນ ດ້ວງປັນຍາ ອະດິດກຳມະການສູນກາງພັກ, ອະດິດເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ໃຫ້ກຽດ ເລົ່າມູນເຊື້ອຄວາມເປັນມາ ກ່ຽວກັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງແຂວງເຊກອງ. ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ຈຸດພິເສດການກຳເນີດ, ທາດແທ້ ແລະ ອຸດົມການຂອງພັກ, ຄວາມເປັນມາຂອງແຂວງເຊກອງກ່ອນປີ 1984 ເຖິງປະຈຸບັນ.

       ພ້ອມກັນນັ້ນ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ກໍໄດ້ມີຄຳເຫັນ ຕໍ່ພິທີດັ່ງກ່າວ: ການຈັດປາຖະກະຖາໃນຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍ, ເປັນຄວາມເອກອ້າງທະນົງໃຈຢ່າງຍິງ ຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງຫຼາຍດ້ານທີ່ຍາດມາໄດ້ ໃນໄລຍະຜ່ານມາ, ປະຊາຊົນລາວບັນດາເຜົ່າ ກໍຄືປະຊາຊົນຊາວແຂວງເຊກອງ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ພ້ອມກັນເສີມຂະຫຍາຍມູນເຊື້ອ ແລະ ຜົນສຳເລັດອັນຍິ່ງໃຫຍ່ ເພື່ອເປັນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງແຕ່ລະຂະແໜງການໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

 

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 4  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

233961
ມື້ນີ້ມື້ນີ້65
ມື້ວານນີ້ມື້ວານນີ້182
ອາທິດນີ້ອາທິດນີ້358
ເດືອນນີ້ເດືອນນີ້489
ທັງໝົດທັງໝົດ233961