• ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່
  • ແຂວງເຊກອງ ເປີດຊຸດຮຽນທິດສະດີການເມືອ
  • ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ
  • ຄະນະໂຄສະນາອົບຮົມແຂວງ ປາຖະກະຖາ ວັນສ
  • ແຂວງເຊກອງ ເຊື່ອມຊຶມມະຕິກອງປະຊຸມຄົບ
  • ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປ
ແຂວງເຊກອງ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ II ປະຈຳປີ 2023

ແຂວງເຊກອງ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ II ປະຈຳປີ 2023

       ໃນຕອນເຊົ້າ ຂອງວັນທີ 12 ກັນຍາ 2023 ເວລາ 8:30 ໂມງ ທ່ານ ນາງ ສີສະຫງ...
ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ  ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

       ວັນທີ 6-7 ກັນຍາ 2023 ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວ...
 

ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວ ວຽກງານໂຄສະນາ ຜ່ານສື່ເອເລັກໂຕຼນິກປະຈຳໄຕມາດ II

      ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັ...
Previous
Next

ຂ່າວໃໝ່

ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

 

        ກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 11 ພຶດສະພາ 2023 ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ສະຫາຍ ປອ ສົມນິດ ສິລິບຸນລ້ຽງ ຄະນະປະຈຳພັກແຂວງ ປະທານກວດກາພັກ ແຂວງ, ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຊຸກຍູ້ຕິດຕາມກອງປະຊຸມກາງສະໄໝຂັ້ນແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກຂົງເຂດພັກ-ພະນັກງານ ພ້ອມດ້ວຍສະມາຊິກພັກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງ   ໝົດ 30 ສະຫາຍ, ຍິງ 19 ສະຫາຍ.

     ໃນກອງປະຊຸມ ສະຫາຍ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກຄະນະໂຄສະນາແຂວງ ໄດ້ຜ່ານຄໍາສັ່ງເພີ່ມເຕີມ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 04/ຄປພຂ, ລົງວັນທີ 16/2/2023 ວ່າດ້ວຍການດຳເນີນກອງປະຊຸມກາງສະໄໝຂອງຄະນະພັກ ແຕ່ລະຂັ້ນ ແລະ ຜ່ານຄຳແນະນຳຂອງຄະນະຈັດຕັ້ງແຂວງ ສະບັັບເລກທີ 19/ຄຈຂ, ລົງວັນທີ 11/2/2023 ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງເພີ່ມເຕີມ ຂອງຄະນະປະຈໍາພັກແຂວງ ເລກທີ 04/ຄປພຂ. ພ້ອມກັນນັ້ນ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, 11 ຂໍ້ຫ້າມ ຂອງສະມາຊິກພັກ ແລະ ພາລະບົດບາດສິດ ແລະ ໜ້າທີ່ຂອງຄະນະພັກແຕ່ລະຂັ້ນ ທີ່ໄດ້ລະບຸໄວ້ໃນກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ  XI.

     ໃນກອງປະຊຸມຄັ້ງນີ້ຍັງໄດ້ດຳເນີນການປ່ອນບັດທາບທາມເພື່ອຢັ່ງຫາງສຽງຄວາມໄວ້ວາງໃຈຂອງຄະນະພັກ ຈາກນັ້ນຄະນະໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມສະ ມາຊິກພັກກາງສະໄໝຂອງຄະນະພັກ ແລະ ທິດທາງແຜນການທ້າຍສະໄໝ, ຜ່ານແຜນດຳເນີນງານທ້າຍສະໄໝຂອງ     ໜ່ວຍ,  ຜ່ານບົດສຳຫຼວດການນຳພາ-ຊີ້ນຳລວມຂອງຄະນະໜ່ວຍພັກໃນໄລຍະກາງສະໄໝຜ່ານມາ ແລະ ວິທີການແກ້ໄຂໃນຕໍ່ໜ້າ, ພ້ອມທັງຜ່ານບົດສຳຫຼວດບຸກຄົນພາຍໃນຄະນະໜ່ວຍພັກ, ຊີ້ແຈ້ງຕໍ່ຄຳຄິດ ຄຳເຫັນ ຄຳຕຳນິສົ່ງຂ່າວ ຈາກສະມາຊິກພັກ, ຕໍ່ການນຳພາລວມບຸກຄົນໃນຄະນະໜ່ວຍພັກ ແລະ ເພື່ອເປັນການຍ້ອງຍໍ ຜົນງານຂອງກົມກອງ ແລະ ພະນັກງານລັກຖະກອນ ໃນໄລຍະ 5 ປີຜ່ານມາ ໃນວາລະກອງປະຊຸມຍັງໄດ້ ປະດັບຫຼຽນໄຊແຮງງານຊັ້ນ II, ຊັ້ນ III,  ມອບໃບຍ້ອງຍໍ້ລັດຖະບານ ແລະ ໃບຍ້ອງຍໍ້ເຈົ້າແຂວງ ໃຫ້ແກ່ກົມກອງລວມໝູ່ ແລະ ພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງຕື່ມອີກ.

    ໃນໂອກາດດັ່ງກ່າວ ສະຫາຍ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມຄັ້ງນີ້ແມ່ນໄດ້ປະຕິບັດຕາມກົດລະບຽບຂອງພັກ, ເຊິ່ງຄະນະໜ່ວຍພັກໄດ້ເປັນເຈົ້າການກະກຽມ ຕາມທິດຊີ້ນຳຂອງຄະນະປະຈຳພັກແຂວງ, ເນັ້ນໜັກໃຫ້ໜ່ວຍພັກໂຄສະນາອົບຮົມແຂວງ ເພີ່ມທະວີຄວາມເປັນເອກະພາບ ເຫັນໄດ້ຄວາມສຳຄັນຂອງວຽກງານການເມືອງ-ແນວຄິດເປັນຕົວ ເຊີດຊູຄວາມສາມັກຄືເປັນປຶກແຜ່ນ, ເອົາໃຈໃສ່ເຊື່ອມຊຶມນິຕິກຳ ແລະ ບັນ ດາມະຕິຂອງພັກດ້ວຍຫຼາຍຮູບຫຼາຍສີ, ກວດຄືນມະຕິຄຳສັ່ງທີ່ຕິດພັນກັບວຽກງານ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສອດສຄ່ອງ ກັບວຽກງານຂອງຕົນ, ເອົາໃຈໃສ່ຮັກສາມູນເຊື້ອໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນຢ່າງຕໍ່ເນື່ອງ.

 

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 6  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

233967
ມື້ນີ້ມື້ນີ້71
ມື້ວານນີ້ມື້ວານນີ້182
ອາທິດນີ້ອາທິດນີ້364
ເດືອນນີ້ເດືອນນີ້495
ທັງໝົດທັງໝົດ233967