• ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີ
  • ແຂວງເຊກອງຈັດພິທີປາຖະກະຖາ ວັນສ້າງຕັ
  • ຄະນະໂຄສະນາອົບຮົມແຂວງ ຈັດປາຖະກະຖາ 2
  • ຄະນະໂຄສະນາອົບຮົມແຂວງ ເຂົົ້າຮ່ວມກອງ
  • ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກ
  • ແຂວງເຊກອງໄດ້ເປີດກອງປະຊຸມ ວຽກງານການ
ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ  ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ຄະນະໂຄສະນາອົບຮົມແຂວງ ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

    ວັນທີ 31 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີ ສະເຫຼີມສະຫຼອງ ວັນເດັກນ້...
ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ V

          ກອງປະຊຸມກາງສະໄໝ ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້...
Previous
Next

ຂ່າວໃໝ່

ຄະນະໂຄສະນາອົບຮົມແຂວງ ຈັດປາຖະກະຖາ 2 ວັນປະຫວັດສາດທີ່ສຳຄັນຂອງພັກ, ຂອງຊາດ ໃຫ້ແກ່ພະນັກງານ-ລັດຖະກອນ ຢູ່ຄະນະໂຄສະນາອົບຮົມແຂວງ

 

        ເວລາ 8:30 ໂມງຂອງວັນທີ 17 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີ (18/5/1959-18/5/2023) ແລະ ວັນວິລະກຳ ແຫກຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວສ້າງຊາດຄົບ 63 ປີ (24/5/1960-24/5/2023)ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຈັນສະໄໝ ວິໄລສານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ເຈັງໄຊ ປອນຍະວົງ ຫົວໜ້າຂະແໜງໂຄສະນາ ປາຖະກາຖາ, ມີພະນັກງານ-ລັດຖະກອນ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 13 ທ່ານ.

        ໃນພິທີດັ່ງກ່າວ ທ່ານ ນາງ ຈັນສະໄໝ ວິໄລສານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເລົ່າຄືນເຫດການປະຫວັດສາດ ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ. ຈາກນັ້ນ ທ່ານ ເຈັງໄຊ ປອນຍະວົງ ຫົວໜ້າຂະແໜງໂຄສະນາ ປາຖະກາຖາ ໄດ້ເລົ່າເຖິງວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ. ນອກຈາກນີ້ ທ່ານ ເຈັ້ງໄຊ ປອນຍະວົງ ຍັງໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ຈົດຈຳຜົນງານການນຳພາອັນສະຫຼາດສ່ອງໃສ, ນ້ຳໃຈຮັກຊາດອັນແຮງກ້າ, ຄວາມສາມັກຄີ ຂອງຜູ້ນຳລາວໃນອາດີດ, ຄວາມຕື່ນຕົວຮັກຊາດຂອງປະຊາຊົນທຸກຊັ້ນຄົນ, ຮຽກຮ້ອງໃຫ້ຄົນຮຸ້ນຫຼັງຈົ່ງນຳເອົາບົດຮຽນຈາກການຕໍ່ສູ້ຂອງບັນພະບຸລຸດ ມາໝູນໃຊ້ໃນຊີວິດຕົວຈິງໃຫ້ເກີດດອກອອກຜົນ, ສ້າງຄວາມສາມັກຄີພາຍໃນ, ບຸກບືນຫ້າວ ຫັນ, ຊອກຮູ້ຮ່ຳຮຽນ ພ້ອມທັງປະຕິບັດວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນສຳເລັດສູງ.

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

221108
ມື້ນີ້ມື້ນີ້34
ມື້ວານນີ້ມື້ວານນີ້63
ອາທິດນີ້ອາທິດນີ້351
ເດືອນນີ້ເດືອນນີ້687
ທັງໝົດທັງໝົດ221108