ເວລາ 8:30 ໂມງຂອງວັນທີ 17 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີ (18/5/1959-18/5/2023) ແລະ ວັນວິລະກຳ ແຫກຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວສ້າງຊາດຄົບ 63 ປີ (24/5/1960-24/5/2023)ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຈັນສະໄໝ ວິໄລສານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ເຈັງໄຊ ປອນຍະວົງ ຫົວໜ້າຂະແໜງໂຄສະນາ ປາຖະກາຖາ, ມີພະນັກງານ-ລັດຖະກອນ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 13 ທ່ານ.
ໃນພິທີດັ່ງກ່າວ ທ່ານ ນາງ ຈັນສະໄໝ ວິໄລສານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເລົ່າຄືນເຫດການປະຫວັດສາດ ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ. ຈາກນັ້ນ ທ່ານ ເຈັງໄຊ ປອນຍະວົງ ຫົວໜ້າຂະແໜງໂຄສະນາ ປາຖະກາຖາ ໄດ້ເລົ່າເຖິງວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ. ນອກຈາກນີ້ ທ່ານ ເຈັ້ງໄຊ ປອນຍະວົງ ຍັງໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ຈົດຈຳຜົນງານການນຳພາອັນສະຫຼາດສ່ອງໃສ, ນ້ຳໃຈຮັກຊາດອັນແຮງກ້າ, ຄວາມສາມັກຄີ ຂອງຜູ້ນຳລາວໃນອາດີດ, ຄວາມຕື່ນຕົວຮັກຊາດຂອງປະຊາຊົນທຸກຊັ້ນຄົນ, ຮຽກຮ້ອງໃຫ້ຄົນຮຸ້ນຫຼັງຈົ່ງນຳເອົາບົດຮຽນຈາກການຕໍ່ສູ້ຂອງບັນພະບຸລຸດ ມາໝູນໃຊ້ໃນຊີວິດຕົວຈິງໃຫ້ເກີດດອກອອກຜົນ, ສ້າງຄວາມສາມັກຄີພາຍໃນ, ບຸກບືນຫ້າວ ຫັນ, ຊອກຮູ້ຮ່ຳຮຽນ ພ້ອມທັງປະຕິບັດວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນສຳເລັດສູງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 65 |
![]() | ມື້ວານນີ້ | 182 |
![]() | ອາທິດນີ້ | 358 |
![]() | ເດືອນນີ້ | 489 |
![]() | ທັງໝົດ | 233961 |