• ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປ
  • ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປ
  • ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸ
  • ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່
  • ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ
ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປະເມີນຜົນງານ 1 ປີ 2023

ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປະເມີນຜົນງານ 1 ປີ 2023

      ເວລາ 13:30 ໂມງ ຂອງວັນທີ 13 ພະຈິກ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະ...
ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມປະເມີນຜົນງານຂອງພະນັກງານ-ລັດຖະກອນ ປະຈຳປີ 2023

ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມປະເມີນຜົນງານຂອງພະນັກງານ-ລັດຖະກອນ ປະຈຳປີ 2023

    ວັນທີ 24-25 ຕຸລາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມ ປະເມີນຜົນງານ ...
ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເຊກອງ  ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I

ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເຊກອງ ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I

         ວັນທີ 4 ຕຸລາ 2023 ໂຮງຮຽນການເມືອງ-ການປົກຄອງແຂວງ ເຊກອງ ໄດ້...
ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ  ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

       ວັນທີ 6-7 ກັນຍາ 2023 ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວ...
Previous
Next

ຂ່າວໃໝ່

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

                                                          

                                     ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ຕໍ່ເວັບໄຊສ

      ໂດຍປະຕິບັດຕາມ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ໄດ້ເນັ້ນໜັກວ່າ " ການປັບປຸງ ແລະ ຍົກສູງຄຸນນະພາບ, ປະສິດທິຜົນ ວຽກງານແນວຄິດ-ທິດສະດີຂອງພັກ ແມ່ນບັນຫາສໍາຄັນ ທີ່ມີລັກສະນະຍຸດທະສາດ ທັງແມ່ນໜ້າທີ່ອັນຮີບ ດ່ວນ ໃນຊຸມປີຕໍ່ໝ້າ."

       ຄະນະໂຄສະນາອົບຮົມແຂວງ ມີຄວາມພາກພູມໃຈເປັນຢ່າງຍິ່ງ ພ້ອມທັງຕີລາຄາສູງຕໍ່ ຄະນະໂຄສະນາອົບຮົມສູນກາງ ພັກ (ໂດຍສະເພາະກົມຂໍ້ມູນຂ່າວສານ) ທີ່ໄດ້ສ້າງເວບໄຊທ໌ ເຊິ່ງໃສ່ລະຫັດວ່າ www.ptsk.gov.la ໃຫ້ຄະນະໂຄສະນາອົບຮົມ ແຂວງ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ຢ່າງເປັນທາງການ    ແຕ່ທ້າຍປີ 2018 ເປັນຕົ້ນມາ; ຖືວ່າເປັນປະກົດການໃໝ່ ເຮັດໃຫ້ ການເຄື່ອນໄຫວ ວຽກງານໂຄສະນາອົບຮົມ ມີຄວາມທັນສະໄໝ ຂຶ້ນຕື່ມອີກບາດກ້າວໜຶ່ງ ຊຶ່ງສອດຄ່ອງກັບຍຸກສະໃໝປະ ຕິວັດ "ອຸດສະຫະກໍາ4.0" (industry4.0)

                                     ເວບໄຊທ໌ ຂອງພວກເຮົາຈະສຸມໃສ່ ເຮັດໜ້າທີ່ສໍາຄັນຕົ້ນຕໍ ດັ່ງນີ້:

  1. ໂຄສະນາ ເຜີຍແຜ່ແນວທາງ ນະໂຍບາຍຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດ ແຕ່ລະໄລ ຍະ ແລະ ສຶກສາອົບຮົມມູນເຊື້ອ ຂອງຊາດ-ຂອງພັກ, ສະເໜີເຫດການພົ້ນເດັ່ນພາຍໃນ ກໍຄືພາກພື້ນ ໃຫ້ ເປົ້າໝາຍຕ່າງໆ ໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ທັນການ; ບົນພື້ນຖານນັ້ນ ກໍປຸກລະດົມທົ່ວປວງຊົນ ເຂົ້າ ຮ່ວມປະຕິບັດ ແນວທາງແຜນນະໂຍບາຍ ຂອງພັກລັດ ທີ່ວາງອອກ ໃຫ້ເກີດໝາກຜົນຕົວຈິງ.
  2. ໂຄສະນາສຶກສາອົບຮົມຄວາມຮູ້ກ່ຽວກັບ ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານຄວາມຮູ້ດ້ານ ທິດສະດີ-ແນວທາງ ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ການປົກປ້ອງແລະ ເສີມຂະຫຍາຍສິດ ເປັນເຈົ້າຂອງປະຊາຊົນ, ຜົນສໍາເລັດການພັດທະນາ ເສດຖະກິດສັງຄົມ, ວຽກດີຄົນເດັ່ນ, ຄອບຄົວຕົວ ແບບດ້ານການປູກ-ການລ້ຽງ... ສະເໜີ ສາລະຄວາມຮູ້ຂໍ້ມູນຂ່າວສານ ກ່ຽວກັບວຽກງານການເມືອງ-ແນວ ຄິດ ໃຫ້ອົງການຈັດຕັ້ງທຸກພາກສ່ວນ ຮັບຮູ້ຢ່າງເລິກເຊິ່ງ ເຖິງທີ່ຕັ້ງ ພາລະບົດບາດ ຂອງຄະນະໂຄສະນາອົບ ຮົມແຂວງ ໃນການເຮັດໜ້າທີ່ ເປັນກະບອກສຽງ ແລະ ເປັນກອງປະຈັນບານ ຢູ່ສະໜາມຮົບແນວຄິດ-ທິດ ສະດີ, ເຊິ່ງຖືວ່າ ເປັນສະໜາມຮົບ ທີ່ດຸເດືອດ-ຂ້ຽວຂາດທີ່ສຸດ.

        ການນໍາໃຊ້ເວບໄຊທ໌ ເຂົ້າໃນການເຄື່ອນໄຫວ ວຽກງານການເມືອງ-ແນວຄິດ ແມ່ນຄວາມຮຽກຮ້ອງ ຕ້ອງການອັນຮີບ ດ່ວນ, ທັງແມ່ນຄວາມຈໍາເປັນພາວະວິໄສ ໃນຍຸກແຫ່ງການເຊື່ອມໂຍງສາກົນ, ເຮັດໃຫ້ ການສື່ສານ, ແລກປ່ຽນຂໍ້ມູນຂ່າວ ສານ ແລະ ພົວພັນວຽກງານດ້ານຕ່າງໆ ມີຄວາມສະດວກ ວ່ອງໄວຂຶ້ນກວ່າເກົ່າ; ແຕ່ບົນຈິດໃຈ ສະແຫວງຫາຄວາມຈິງ ກ້າ ຫານຕິຊົມຕົນເອງຢ່າງເຂັ້ມງວດ ຄະນະໂຄສະນາອົບຮົມແຂວງ ຮັບຮູ້ວ່າ ວຽກງານໄອທີ "IT" ແມ່ນວຽກທີ່ໃໝ່ອ່ຽມ ແລະ ມີ ລັກສະນະທ້າທາຍສູງ ຕໍ່ຄວາມຮູ້-ຄວາມສາມາດ ດ້ານວິຊາການ, ເຊິ່ງເລັ່ງທວງໃຫ້ ນັກຮົບແນວຄິດ-ທິດສະດີ ທີ່ເຮັດວຽກ ຕົວຈິງ ຍິ່ງຈໍາຕ້ອງເຊີດຊູມານະຈິດປະຕິວັດ ຄົ້ນຄວ້າຮໍ່າຮຽນ ຍົກລະດັບຄວາມຮູ້ໃນທຸກດ້ານ ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ ຕະລຸມ ບອນເຂົ້າໃສ່ ສະໜາມຮົບແນວຄິດ-ທິດສະດີ  ຮັບໃຊ້ສອງໜ້າທີ່ ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາ ປະ ເທດຊາດ ຕາມທິດ "ຍືນຍົງ" ກ້າວສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ.

           ຄະນະໂຄສະນາອົບຮົມແຂວງ ຂໍສະແດງ ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຄວາມຊົມເຊີຍສັນລະເສີນ ຢ່າງສຸດ ອົກສຸດໃຈ ມາຍັງ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ  ທີ່ຍາມໃດ ກໍມີຄວາມເປັນຫ່ວງເປັນໃຍ ໃຫ້ການ ອຸ້ມຊູຊ່ວຍເຫຼືອ ຄະນະໂຄສະນາອົບຮົມແຂວງເຊກອງ ຕະຫຼອດມາ ຫວັງຢ່າງແຮງກ້າວ່າ ໃນຕໍ່ໜ້າ ຈະໄດ້ຮັບການສະໜັບ ສະໜູນ ຊ່ວຍເຫຼືອຕື່ມອີກ ເພື່ອປັບປຸງເວບໄຊທ໌ ໃຫ້ສົມບູນຄົບຖ້ວນ ແລະ ກຽມພ້ອມຮັບໃຊ້ພາລະກິດ ຂອງພັກເຮົາໄດ້ ທຸກເວລາ.

         ສະນັ້ນ, ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮັບການປະກອບຄໍາເຫັນ ໃນທາງສ້າງສັນ ຈາກບັນດາທ່ານຜູ້ໃຊ້ບໍລິການ ເພື່ອໃຫ້ ພວກເຮົາໄດ້ໄປປັບປຸງ ແກ້ໄຂໃຫ້ດີຂຶ້ນ ທຽມທັນກັບຍຸກສະໄໝ.

        ອວຍພອນໃຫ້ເວບໄຊທ໌ ຂອງຄະນະໂຄສະນາອົບຮົມແຂວງ ຈົ່ງກ້າວຂຶ້ນເຮັດສໍາເລັດໜ້າທີ່ການເມືອງອັນສູງສົ່ງ ແລະ ໜັກໜ່ວງ ແຕ່ມີກຽດສະຫງ່າຂອງຕົນ ຢ່າງມີໄຊ!     

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 7  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

244732
ມື້ນີ້ມື້ນີ້64
ມື້ວານນີ້ມື້ວານນີ້117
ອາທິດນີ້ອາທິດນີ້777
ເດືອນນີ້ເດືອນນີ້1354
ທັງໝົດທັງໝົດ244732