ໃນຕອນເຊົ້າວັນທີ 4/12/2019 ທີ່ສະໂມສອນໃຫຍ່ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 44 ປີ (2/12/1975- 2/12/2019) ໃຫ້ກຽດ ປາຖະກະຖາໂດຍ: ສະຫາຍ ດາວວີ ສວຍທະລັງສີ ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານ - ຫົວໜ້າຄະນະໂຄສະນາອົບຮົມແຂວງ; ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ອະດີດຜູ້ ນໍາທີ່ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 99 ປີ (13/12/1920 - 13/12/2019) ໃຫ້ກຽດປາຖະ ກະຖາໂດຍ: ສະຫາຍ ແສງຄໍາ ສຸວັນແດງ ຄະນະໜ່ວຍພັກຮາກຖານ - ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີຄະນະ ພັກຄະນະພະແນກ, ນາຍທະຫານ ແລະ ນາຍຕໍາຫຼວດ, ຕະຫຼອດຮອດພະນັກງານ ນໍາພາ-ຄຸ້ມຄອງ ຂອງອົງການຈັດຕັ້ງທຸກ ພາກສ່ວນອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ຈຸດປະສົງ ກໍເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ມູນເຊື້ອຄວາມເປັນມາ, ຄວາມໝາຍສໍາຄັນຂອງ ວັນທີ 2 ທັນວາ ປີ1975, ຜົນສໍາເລັດໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 44 ປີ; ຄຸນງາມ ຄວາມດີ ວິລະກໍາອັນລໍ້າເລີດ ແລະ ຜົນງານອັນໃຫຍ່ຫຼວງຮອບດ້ານທີ່ປະທານ ໄກສອນ ພົມວິຫານ ພ້ອມດ້ວຍບັນດາທ່ານ ຜູ້ນໍາຮຸ່ນທໍາອິດ ໄດ້ສ້າງໄວ້, ເຊິ່ງຍາມໃດກໍຍັງເປັນແວ່ນແຍງອັນໃສແຈ້ງ ໃຫ້ພວກເຮົາຄົນຮຸ່ນສືບທອດ ຕ້ອງອອກແຮງທະນຸ ບໍາລຸງ ເພີ່ມພູນຄູນສ້າງ ດ້ວຍກຽດສັກສີຂອງຕົນ, ພ້ອມກັນຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທໍາປະຕິວັດ ຂອງພວກເພິ່ນ ໄປຜັນຂະຫຍາຍເຂົ້າໃສ່ ການປະຕິບັດໜ້າທີ່ວຽກງານອັນສູງສົ່ງທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ ໃຫ້ບັນລຸຜົນສໍາເລັດ ຢ່າງມີໄຊສະຫງ່າງາມ.
ຕອນເຊົ້າວັນທີ 29 ຕຸລາ 2019 ຄະນະໂຄສະນາອົບຮົມແຂວງເຊກອງ ໄດ້ຈັດຕັ້ງປາຖະກະຖາ ຫວນຄືນມູນເຊື້ອ 3 ວັນ ປະຫວັດສາດ ສໍາຄັນຂອງຊາດ-ຂອງພັກ ຂຶ້ນທີ່ຫ້ອງປະຊຸມ ຂອງກົມກອງຕົນເອງ ເຂົ້າຮ່ວມຮັບຟັງມີ ທ່ານ ແສງຄໍາ ສຸວັນ ແດງ ຄະນະໜ່ວຍພັກຮາກຖານ ພ້ອມດ້ວຍບັນດາທ່ານ ຮອງຄະ ນະໂຄສະນາອົບຮົມແຂວງ; ຕະຫຼອດຮອດສະມາຊິກພັກ, ພະນັກງານລັດຖະກອນ ພາຍໃນຄະນະໂຄສະ ນາອົບຮົມແຂວງ ເຂົ້າຮ່ວມຮັບຟັງ.
ສໍາລັບເນື້ອໃນທີ່ນໍາມາ ຈັດຕັ້ງເຊື່ອມຊຶມໃນຄັ້ງນີ້ມີຄື: ວັນສ້າງຕັ້ງການທູດລາວ ຄົບຮອບ 74 ປີ (12/10/1945 - 2/9/2019) ໃຫ້ກຽດປາຖະກະຖາໂດຍ: ທ່ານ ເສົາພະຫັນ ຄໍາສົງກາ ຫົວໜ້າຫ້ອງການບໍລິຫານ, ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 74 ປີ (12/10/1945 - 9/9/2019) ໃຫ້ກຽດປາຖະກະຖາໂດຍ: ທ່ານ ນ. ຈັນສະໄໝ ວິໄລສານ ຮອງຄະນະໂຄສະນາອົບຮົມແຂວງ, ເອກະສານ ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 32 ປີ ແລະ ຄົບຮອບ 16 ປີ (17/10/1987 - 17/10/2019 ແລະ 17 ເຖິງວັນທີ 24/10/2003 – 17 ເຖິງວັນທີ 24/10/2019) ໃຫ້ກຽດປາຖະກະ ຖາ ໂດຍ: ທ່ານ ນ. ກົມມະລີ ສຸລິໂຍສັກ ຫົວໜ້າຂະແໜງ ຄົ້ນຄວ້າ-ສັງລວມ; ຈຸດປະສົງ ກໍເພື່ອສຶກສາອົບຮົມ ການເມືອງ - ແນວຄິດ ໃຫ້ສະມາຊິກພັກ, ພະນັກງານລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕື່ມ ອີກ ຕໍ່ກັບມູນເຊື້ອ ຄວາມໝາຍ ຄວາມສໍາຄັນ ຂອງວັນປະຫວັດສາດເຫຼົ່ານັ້ນ, ເພື່ອນໍາໄປເປັນບົດຮຽນ ຜັນຂະຫຍາຍເຂົ້າ ໃສ່ ການປະຕິບັດ ໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດສະຫງ່າ ທີ່ໄດ້ຮັບມອບໝາຍ ໃຫ້ບັນລຸຜົນສໍາເລັດ ຕາມຄາດໝາຍ ຫຼື ມີບາງດ້ານລື່ນຄາດໝາຍ ກໍຍິ່ງດີ.
ໃນຕອນທ້າຍພິທີ ທ່ານ ແສງຄໍາ ສຸວັນແດງ ຄະນະໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄ ສະນາອົບຮົມແຂວງ ກໍໄດ້ໃຫ້ກຽດ ມີຄໍາເຫັນໂອ້ລົມ ເພື່ອຊີ້ທິດເຍືອງທາງໃຫ້ຜູ້ເຂົ້າຮ່ວມ, ໂດຍສະ ເພາະ ແມ່ນພະນັກງານຮຸ່ນສືບທອດ ຍິ່ງຕ້ອງໄດ້ ດຸໝັ່ນ ອອກແຮງຝຶກຝົນຕົນເອງ ຢ່າງເປັນປະຈໍາ ເປັນຕົ້ນວ່າ: ດ້ານທ່າທີ ອິລິຍະບົດຕ່າງໆ ຕ້ອງໃຫ້ສະຫງ່າຜ່າເຜີຍ, ການ ເວົ້າຈາ ກໍຕ້ອງຄ່ອງແຄ້ວ ຫຼ່ຽນໄຫຼ, ສໍານຽງສຽງເວົ້າ ການໃຊ້ສັບພາສາ ກໍຕ້ອງຈະແຈ້ງ ຊັດເຈນ ຟັງເຂົ້າໃຈງ່າຍ ແລະ ໄດ້ ຄວາມໝາຍເລິກເຊິ່ງ...
ພິທີໄດ້ດໍາເນີນແຕ່ເວລາ 8:00 ນາທີ ຈົນເຖິງເວລາ 10:30 ນາທີ ກໍສໍາເລັດລົງດ້ວຍໝາກຜົນອັນຈົບງາມ ຕາມຈຸດປະສົງ ຄາດໝາຍ ທີ່ວາງໃວ້ທຸກປະການ.
ຕອນເຊົ້າວັນທີ 10/10/2019 ຄະນະໂຄສະນາອົບຮົມແຂວງເຊກອງ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ ວັນປະກາດ ເອກະລາດ 12ຕຸລາ ຄົບຮອບ 74 ປີ (12/10/1945-12/10/2019) ຂຶ້ນທີ່ສະໂມສອນ ໃຫຍ່ຂອງແຂວງ; ໃຫ້ກຽດປາຖະກະຖາໂດຍ ທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີກໍາມະການພັກແຂວງ, ຄະນະພັກຮາກ ຖານ, ພະນັກງານນໍາພາຫຼັກແຫຼ່ງ ທຸກຂະແໜງການອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ຕອນແລງວັນທີ 4/10/2019 ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າ ສອງສະຫາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດ ລາວສະໄໝສໍາຮອງ ຂຶ້ນທີ່ຫ້ອງປະຊຸມຂອງກົມກອງຕົນເອງ; ພາຍໃຕ້ການ ເປັນປະທານ ຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການພັກແຂວງ ເລຂາໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ, ມີແຂກຖືກເຊີນຈາກໜ່ວຍພັກຮາກຖານອົງການຈັດຕັ້ງ ຂົງເຂດພັກ-ພະນັກງານ ແລະ ສະມາຊິກພັກ ສົມບູນ-ສໍາຮອງພາຍໃນໜ່ວຍເຂົ້າ ຮ່ວມ.
ຕອນເຊົ້າວັນທີ 4/10/2019 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງເຊື່ອມຊຶມດໍາລັດຂອງລັດ ຖະບານ ເລກທີ 300/ລບ, ລົງວັນທີ 13/9/2017 ວ່າດ້ວຍການປະເມີນຜົນ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ, ພິທີໄດ້ຈັດຂຶ້ນທີ່ຫ້ອງປະ ຊຸມຂອງກົມກອງຕົນເອງເອງ; ເຂົ້າຮ່ວມຮັບຟັງມີ ທ່ານ ດາວວີ ສວຍທະລັງສີ ກໍາມະການ ພັກແຂວງ ຫົວໜ້າຄະນະໂຄສະນາ ອົບຮົມແຂວງ, ບັນດາທ່ານ ຄະນະພັກ-ຄະນະນໍາ, ຫົວໜ້າ ແລະ ຮອງຂະແໜງ, ຕະຫຼອດຮອດສະມາຊິກພັກ, ພະນັກງານລັດຖະກອນໝົດ ທຸກຄົນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.
ໃນພິທີ ທ່ານ ນ. ປາລິນາ ພູພຽງເດືອນ ຮອງຫ້ອງການບໍລິຫານ ກໍໄດ້ຂຶ້ນຜ່ານແຈ້ງການຂອງ ພະແນກພາຍໃນ ວ່າດ້ວຍ ການຈັດຕັ້ງຜັນຂະຫຍາຍ ດໍາລັດສະບັບດັ່ງ ກ່າວ; ຕໍ່ມາ ນ. ນ້ອຍ ແກ້ວດາວົງວິຊາການຜູ້ຮັບຜິດຊອບວຽກງານຈັດຕັ້ງ ກໍໄດ້ ຂຶ້ນຜ່ານດໍາລັດ ເລກທີ 300/ລບ, ລົງວັນທີ 13/9/2017 ເຊິ່ງມີທັງໝົດ 7 ໝວດ 29 ມາດຕາ, ດໍາລັດສະບັບນີ້ໄດ້ກໍານົດຫຼັກ ການ ແລະ ລະບຽບການ ກ່ຽວກັບການປະເມີນຜົນ ການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ໃຫ້ດໍາເນີນໄປຢ່າງ ເປັນລະບົບຖືກຕ້ອງ ສອດຄ່ອງກັບ ແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ, ມີຄວາມໂປ່ງໃສ ແລະ ຖືກຕ້ອງກັບສະ ພາບຄວາມເປັນຈິງ; ເຮັດໃຫ້ການປະເມີນຜົນງານຂອງພະນັກ ງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ.
ຫຼັງຈາກນັ້ນ, ທ່ານ ເສົາພະຫັນ ຄໍາສົງກາ ປະທານສະຫະພັນ ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ ກໍໄດ້ຂຶ້ນ ຜ່ານບົດສະຫຼຸບ-ຕີລາຄາການເຄື່ອນໄຫວວຽກ ງານກໍາມະບານ 3 ເດືອນຜ່ານມາ ແລະ ທິດທາງໃນຕໍ່ໜ້າ; ໂດຍທ່ານໄດ້ຍົກໃຫ້ ເຫັນຜົນສໍາເລັດ ການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ເຊື່ອມສານເຂົ້າໃສ່ ການປະຕິບັດເປັນນຕົ້ນ: ວຽກປາຖະກະຖາ ແລະ ວຽກຄົ້ນຄວ້າສັງລວມ; ຜ່ານການປະຕິບັດ ແມ່ນບັນລຸຜົນສໍາເລັດ ເປັນສ່ວນໃຫຍ່.
ຕໍ່ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ຜັດປ່ຽນກັນ ຕັ້ງຄໍາຖາມເຈາະຈີ້ມ ໃສ່ບາງໝວດ, ມາດຕາທີ່ຕົນເອງມີຄວາມສົນໃຈ, ປະກອບຄໍາເຫັນເຂົ້າໃສ່ຂໍ້ຄົງຄ້າງ, ວິທີທາງແກ້ ໄຂໃນການເຄື່ອນໄຫວວຽກງານກໍາມະບານ; ໃນຕອນທ້າຍ ທ່ານຫົວໜ້າຄະນະ ໂຄສະນາອົບຮົມແຂວງ ຍັງໄດ້ໃຫ້ທິດຊີ້ນໍາ ແກ່ຜູ້ເຂົ້າຮ່ວມຈົ່ງເອົາໃຈໃສ່ຄິດຫງໍາ ຕຶກຕອງໃຫ້ຖືກ ຕ້ອງເສຍກ່ອນຈຶ່ງລົງມືຂຽນ, ຖ້າບໍ່ເຂົ້າໃຈໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຕື່ມອີກ; ສໍາລັບວຽກກໍາມະບານ ແມ່ນສືບຕໍ່ເກັບເງິນສະຕິ ແລະ ເງິນກອງທຶນປະຈໍາປີ 2019 ທີ່ຍັງຄ້າງ ໃຫ້ສໍາເລັດ ເພື່ອມອບໃຫ້ສະຫະພັນກໍາມະບານແຂວງ ທັນຕາມກໍານົດເວລາ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 56 |
![]() | ມື້ວານນີ້ | 64 |
![]() | ອາທິດນີ້ | 98 |
![]() | ເດືອນນີ້ | 1051 |
![]() | ທັງໝົດ | 194252 |