ປາຖະກະຖາ ສາມບົດປະຫວັດສາດ. ຕ່ອນເຊົ້າຂອງ ວັນທີ 22 ພຶດສະາພາ 2019, ຄະນະໂຄສະນາອົບຮົມເມືອງດາກຈືງ ໄດ້ຈັດ ກອງປະຊຸມ ປາຖະກະຖາ ສາມບົດປະວັດສາດ .
1. ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງ ບັນດາທ່ານຜູ້ນຳຂອງພັກ ແລະ ແນວລາວສ້າງ ຊາດ.
2. ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງຄົບຮອບ 60 ປີ.
3. ວັນໄຊຊະຂອງສາຫະພາບໂຊຫວຽດເໜື່ອ ຟາດສິດເຢຍລະມັນໃນສົງຄາມໂລກຄັ້ງທີ II ຄົບຮອບ 70 ປີ.
ຂື້ນທີ່ສະໂມສອນຫ້ອງວ່າການປົກຄອງເມືອງ.
ທ່ານ ໄລສວນ ມິດສູວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ - ເມືອງດາກຈືງ ໄດ້ໃຫ້ກຽດເຂົ້າຮ່ວມ - ບັນລະຍາຍ ໜື່ງບົດວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳຂອງພັກ ແລະ ແນວລາວສ້າງຊາດ.
ທ່ານ ດາວວີ ສວຍທະລັງສີ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ,ກໍ່ໄດ້ໃຫ້ກຽດຮັບຜ່ານເອກະສານອັນເປັນມູນເຊື້ອວິລະກຳປະຫວັດສາດອັນຫຍິ່ງໃຫຍ່ ແລະ ເປັນທີຈົດຈຳໃນໃຈຂອງປະຊາຊົນລາວທັງຊາດ ກໍ່ຄືການຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງຄົບຮອບ 60 ປີ.
ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງຝຶກອົບຮົມທິດສະດີ-ແນວທາງ ແລະ ວຽກງານວິຊາສະເພາະໃຫ້ແກ່ພະນັກງານ ໂຄສະນາອົບຮົມ 5 ແຂວງພາກໃຕ້ ຢູ່ ແຂວງ ເຊກອງ ປະຈຳປີ 2019.
ໃນຄັ້ງວັນທີ 11/2-22/2/2019 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງຝຶກອົບຮົມທິດສະດີ-ແນວທາງ ແລະ ວຽກງານວິຊາສະເພາະໃຫ້ແກ່ພະນັກງານໂຄສະນາອົບຮົມ 5 ແຂວງພາຫໃຕ້ ຢູ່ ແຂວງ ເຊກອງ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ຄຳພຽມ ບົວລະພາ ຮອງເລຂາພັກແຂວງ ເຊກອງ ພ້ອມດ້ວຍຄູຝຶກມາຈາກຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງເຊກອງ ເຊິ່ງມີນັກສຳມະນາກອນ ມາຈາກ ບັນດາຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໃນ 5 ແຂວງພາກໃຕ້
ການນຳພັກ-ລັດແຂວງເຊກອງ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງເຊກອງ ຄົບຮອບ 35 ປີ .
ໃນວັນທີ 4 ມັງກອນ 2019ນີ້ ການນໍາພັກ-ລັດແຂວງເຊກອງ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ( 20.1.1949 – 20.1.2019 ) ແລະ ວັນສ້າງຕັ້ງກອງບັນຊາການ ທະຫານແຂວງເຊກອງຄົບຮອບ 35 ປີ(14.4.1984 – 14.4.2019) ພາຍໃຕ້ການເປັນປະທານ ແລະ ປາຖະກະຖາ ຂອງທ່ານ ຄໍາເຜີຍ ບຸດດາວຽງ ການມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງເຊກອງ, ມີບັນດາສະຫາຍຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຄະນະພັກ, ຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ບັນດາພະແນກການຕ່າງໆອ້ອມຂ້າງແຂວງ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາການສອງກຳລັງປະກອບອາວຸດທ້ອງຖິ່ນແຂວງເຊກອງເຂົ້າຮ່ວມທັງໝົດ 180 ທ່ານ.
ທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມ ໂຄສະນາ ແລະ ທ່ານ ແສງຄຳ ສຸວັນແດງ ຮອງ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເກັບ ກຳ ຄອບຄົວຕົວແບບການຜະລິດເປັນສິນຄ້ ແລະ ສ້າງເສດຖະ ກິດຄອບຄົວ ຢູ່ ເມືອງ ດາກຈຶງ, ເມືອງ ລະມາມ ແລະ ເມືອງ ທ່າ ແຕງ.
ໃນຄັ້ງວັນທີ 25-27 ທັນວາ 2018 ທີ່ຜ່າມາ ທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມ ໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ແສງຄຳ ສຸວັນແດງ ຮອງຄະນະ ໂຄສະນາອົບຮົມແຂວງ ພ້ອມດ້ວຍ ພະນັກງານ ວິຊາການ 4 ທ່ານ ລົງເຄື່ອນໄຫວເກັບກຳ ຄອບຄົວຕົວແບບໃນການຜະລິດເປັນສິນຄ້າ ແລະ ສ້າງເສດຖະກິດ ຄອບຄົວ ຢູ່ ເມືອງ ດາກຈຶງ, ເມືອງ ລະມາມ ແລະ ເມືອງ ທ່າແຕງ.
ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງປາຖະກະຖາ ເນື່ຶອງໃນໂອກາດສະເຫຼີມສະຫຼອງສ້າງຕັ້ງ ເມືອງວຽງໄຊແຂວງຫົວພັນ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ.
ເນື່ຶອງໃນໂອກາດສະເຫຼີມສະຫຼອງສ້າງຕັ້ງ ເມືອງວຽງໄຊ ແຂວງຫົວພັນ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງປາຖະກະຖາ ຂື້ນ ໃນວັນທີ 14 ພະຈິກ 2018, ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ ໂດຍການເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາ ຂອງທ່ານ ປ.ອ ຄຳພຽມ ບົວລະພາ ຮອງເລຂາພັກແຂວງເຊກອງ, ທ່ານ ດາວວີ ສວຍທະລັງສີ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 50 |
![]() | ມື້ວານນີ້ | 64 |
![]() | ອາທິດນີ້ | 92 |
![]() | ເດືອນນີ້ | 1045 |
![]() | ທັງໝົດ | 194246 |