ປະຕິບັດຕາມບົດ ແນະນຳຂອງຄະນະໂຄສະນາ ອົບຮົມສູນກາງພັກ ເລກທີ 45/ ຄອສພ, ລົງວັນທີ 5/9/2018 ກ່ຽວກັບການນຳໃຊ້ເອກະສານ ສຶກສາອົບຮົມການເມືອງ- ແນວຄິດເພື່ກະກຽມດຳເນີນ ກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ ສຳລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ.
ຄະນະໂຄສະນາອົບຮົມ ແຂວງ ໄດ້ຈັດພິທີເຊື່ອມຊຶມ ເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມດຳເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ ສຳລັບສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ຂື້ນໃນວັນທີ 31 ຕຸລາ 2018 ທີ່ຫ້ອງປະຊຸມຊັ້ນ 3 ຫຼັງເກົ່າຫ້ອງວ່າການປົກຄອງແຂວງ,
ຄະນະໂຄສະນາອົບຮົມແຂວງເຊກອງ ໄດ້ຈັດພິທີເລື່ອນ ສະມາຊິກພັກ ສຳຮອງ ຂື້ນເປັນສະມາຊິກພັກ ສົມບູນ.
ໃນຕອນບ່າຍຂອງວັນທີ 26 ຕຸລາ 2018 ຜ່ານມາ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີຮັບເລື່ອນ ສະມາຊິກພັກສຳຮອງ ຂື້ນເປັນສະມາຊິກພັກສົມບູນ ຈຳນວນ 3 ສະຫາຍ, ຍິງ 3 ສະຫາຍ. ໂດຍການເປັນປະທານຂອງ ສະຫາຍ ດາວວີ ສວຍທະລັງສີ ກຳມະການພັກແຂວງ ເລຂາໜ່ວຍພັກຮາກຖານໂຄສະນາອົບຮົມແຂວງ, ໂດຍມີບັນດາແຂກມາຈາກພາກສວນ ຄະນະໜ່ວຍພັກຮາກຖານ ຄະນະຈັດຕັ້ງແຂວງ, ຄະນະໜ່ວຍພັກຮາກຖານ ຄະນະກວດກາພັກ-ລັດ ແຂວງ, ຄະນະໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມແຂວງ, ຄະນະໜ່ວຍພັກຮາກຖານ ສະຫາພັນແມ່ຍິງແຂວງ, ຄະນະໜ່ວຍພັກຮາກຖານ ສະຫະພັນກຳມະບານ ແຂວງ, ຄະນະພັກຮາກຖານ ໂຮງຮຽນການເມືອງ-ການປົກແຂວງ ພ້ອມດ້ວຍ ສະມາຊິກພັກສົມບູນ-ສຳຮອງ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 10 ສະຫາຍ.
ໃນພິທີໄດ້ຜ່ານມະຕິຕົກລົງ ສະບັບເລກທີ 657/ຄຈພຂ, 658/ຄຈພຂ, 659/ຄຈພຂ ລົງວັນທີ11/10/2018, ວ່າດ້ວຍ: ເລື່ອນສະມາຊິກພັກສໍາຮອງ ຂື້ນເປັນສະມາຊິກພັກສົມບູນມີລາຍຊື່ລຸ່ມນີ້:
ໃນໂອກາດອັນສຳຄັນນີ້, ສະຫາຍ ດາວວີ ສວຍທະລັງສີ ກຳມະການພັກແຂວງ ເລຂາໜ່ວຍພັກຮາກຖານໂຄສະນາອົບຮົມແຂວງ. ໄດ້ໃຫ້ກຽດໂອ້ລົມຊີ້ທິດເຍືອງທາງໃຫ້ແກ່ບັນດາສະມາຊິກພັກທັງເກົ່າ ແລະໃໝ່. ໃຫ້ຕັ້ງໜ້າປະຕິບັດວຽກງານຢ່າງໂປ່ງໃສ,ເຂັ້ມແຂງ, ໜັກແໜ້ນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ບັນດາມະຫາຊົນ ໃຫ້ສົມກັບເປັນສະມາຊິກພັກ ຂອງພັກປະຊາຊົນປະຕິວັດລາວ.
ຕໍ່ຈາກນັ້ນ ສະຫາຍ ນາງ ບຸນແສງ ດວງສາ ຕາງໜ້າສະມາຊິກພັກສົມບູນໃຫມ່ ກໍໄດ້ຂື້ນຮັບຄຳໂອວາດ ຈາກສະຫາຍ ເລຂາໜ່ວຍພັກ ພ້ອມທັງປະຕິຍານຕົນຕໍ່ພິທີ.
ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີ ໂຄສະນາ-ປະຖະກະຖາ ເລົ່າມູນເຊື້ອວັນສຳຄັນຂອງຊາດ ຂອງພັກ ຢູ່ພາຍໃນຄະ ນະໂຄສະນາອົບ ຮົມແຂວງ.
ໃນຕອນເຊົ້າ ວັນທີ 9 ສິງຫາ 2018 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີ ໂຄສະນາ-ປະຖະກະຖາ ເລົ່າມູນເຊື້ອວັນສຳ ຄັນຂອງຊາດ ຂອງພັກ ຂື້ນທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການປົກຄອງແຂວງ ໂດຍມີ ຄະນະໂຄສະນາ ແລະ ພະນັກ ງານວິຊາການ ເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 14 ທ່ານ, ເຊິ່ງປະກອບມີ 6 ເອກະສານ:
ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ໃນວັນທີ 25-27 ມີນາ 2016 ຜ່ານມາ ກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງສົມທົບກັບ ຄະນະໂຄສະນາອົບຮົມ
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 29 |
![]() | ມື້ວານນີ້ | 70 |
![]() | ອາທິດນີ້ | 9 |
![]() | ເດືອນນີ້ | 1239 |
![]() | ທັງໝົດ | 150424 |