ໃນວັນທີ 22/6/2020 ຜ່ານມາ ທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງ, ເລຂາໜ່ວຍພັກ- ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ໄດ້ລົງ ເຄື່ອນໄຫວເພື່ອ ຊຸກຍູ້ ແລະ ຕິດຕາມການດໍາເນີນ ວຽກງານການເມືອງ- ແນວຄິດ ຢູ່ເມືອງກະລຶມໃໝ່, ໂດຍການຕ້ອນຮັບຢ່າງ ອົບອຸ່ນຈາກ ທ່ານ ວຽງໄຊ ສຸກ ມະນີຄະນະປະຈໍາພັກເມືອງ ຫົວໜ້າຫ້ອງການໂຄສະນາ ອົບຮົມເມືອງ ພ້ອມຄະນະ ແລະລາຍງານສະພາບການ ດໍາເນີນວຽກງານເມືອງ-ແນວ ຄິດ ພາຍໃນເມືອງໄລຍະ ຜ່ານມາ ໃຫ້ທ່ານຫົວໜ້າຄະນະ ໂຄສະນາອົບແຂວງຮັບ ຊາບ ພ້ອມທັງສະເໜີບາງບັນຫາ ໃຫ້ທາງແຂວງຊ່ວຍ ແກ້ໄຂ ເປັນຕົ້ນວ່າ: ທຶນຮຽນຕໍ່ ລະດັບ ປະລິນຍາຕີ ດ້ານທິດສະດີການເມືອງ ຫຼື ວິຊາ ສະເພາະກໍໄດ້, ພະນັກງານບໍ່ພໍ, ງົບປະມານມີຈໍາກັດ ບັນຫາໜຶ່ງອີກ ແມ່ນ ຄະນະໂຄສະນາອົບຮົມເມືອງທັງ 3 ຄົນ ລ້ວນແຕ່ຄົນໃໝ່ ຍ້າຍມາແຕ່ຂະແໜງອື່ນ.
ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງເຊກອງ ຄັ້ງທີ 11 ສະໄໝທີ IX ໄດ້ດໍາເນີນແຕ່ວັນທີ 17-19/6/2020 ທີ່ສະໂມສອນແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັັກ, ເລຂາພັກແຂວງ-ເຈົ້າແຂວງເຊກອງ; ມີບັນດາສະຫາຍຄະນະປະຈໍາພັກແຂວງ ກໍາມການພັກແຂວງ, ເລຂາໜ່ວຍພັກ-ຄະນະພັກຮາກຖານ ພະແນກການອ້ອມຂ້າງແຂວງ ທີ່ບໍ່ແມ່ນຄະນະພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ 4 ຕົວເມືອງ ແລະ ພະນັກງານບໍານານ ເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະໂຄສະນາອົບຮົມແຂວງຫວນຄືນມູນເຊື້ອສອງວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ
ອະດີດ, ປະຈຸບັນ ແລະ ອະນາຄົດ ມັນຕິດພັນກັນແບບກາຍ-ອິນຊີ, ວານນີ້ເຮັດໃຫ້ເຮົາເຂົ້າໃຈມື້ນີ້ ແລະ ມື້ນີ້ ຊໍ້າພັດກຽມໃຫ້ມື້ ຕໍ່ໆໄປ, ການຮູ້ເບິ່ງຄືນອະດີດແມ່ນວິທີກະກຽມທີ່ດີທີ່ສຸດ ສໍາລັບການກ້າວສູ່ອະນາຄົດ. ດັ່ງນັ້ນ, ໃນຕອນບ່າຍວັນທີ 18/3/2020ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ: 3 ຫ້ອງວ່າການຫຼັງເກົ່າ ຄະນະໂຄສະນາອົບຮົມແຂວງ ຈຶ່ງໄດ້ຈັດຕັ້ງປາຖະກະຖາ "ວັນນັກຮົບເສຍ ອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ" ຄົບຮອບ 74 ປີ (21/3/1946-21/3/2020) ປາຖະກະຖາໂດຍ: ສະຫາຍ ນ. ຈັນສະໄໝ ວິໄລສານ ຮອງຄະນະໂຄສະນາອົບຮົມແຂວງ; ວັນສ້າງຕັ້ງ "ພັກປະຊາຊົນປະຕິວັດລາວ" ທີ່ມີກຽດສະຫງ່າ ຜູ້ຈັດຕັ້ງ ແລະ ນໍາພາທຸກໄຊຊະນະ ຂອງການປະຕິວັດລາວ ຄົບຮອບ 65 ປີ (22/3/1955-22/3/2020) ປາຖະກະຖາໂດຍ: ສະຫາຍ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກ ຮອງຄະນະໂຄສະນາອົບຮົມແຂວງ; ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ດາວວີ ສວຍທະ ລັງສີ ກໍາມະການພັກແຂວງ ເລຂາໜ່ວຍພັກ, ບັນດາສະຫາຍຄະນະພັັກ ຕະຫຼອດຮອດສະມາຊິກພັກ, ພະນັກງານລັດຖະກອນ ພາຍ ໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີປະກາດເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ແລະ ຮັບຮອງນາມມະຍົດໜ່ວຍພັກ "ປອດໃສ, ເຂັ້ມແຂງ, ໜັກແໜ້ນ" ສະໄໝທີ I ປະຈໍາປີ 2019.
ຕອນເຊົ້າວັນທີ 21/2/2020 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການຫຼັງເກົ່າ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປະກາດ ເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ແລະ ຮັບຮອງນາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ສະໄໝທີ I ປະຈໍາປີ 2019 ຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດ ເຂົ້າຮ່ວມເປັນປະທານ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການພັກແຂວງ, ເລຂາໜ່ວຍພັກ-ຫົວໜ້າຄະນະໂຄສະນາອົບ ຮົມແຂວງ, ມີແຂກ ຖືກເຊີນມາຈາກ ຫ້ອງວ່າການແຂວງ, ຄະນະຈັດຕັ້ງແຂວງ ແລະພະແນກການຕ່າງປະເທດ ພ້ອມດ້ວຍ ສະມາຊິກພັກ, ພະນັກງານລັດຖະກອນທັງໝົດ ພາຍໃນຄະນະໂຄສະນາ ອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ; ພິທີໄດ້ດໍາ ເນີນໄປສອງວາລະຄືລຸ່ມນີ້:
ກອງປະຊຸມໃຫຍ່ ສະມາຊິກພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ຄັ້ງທີ V ສໍາເລັດລົງຢ່າງຈົບງາມ
ໃນຕອນເຊົ້າວັນທີ 7/2/2020 ທີ່ຫ້ອງປະຊຸມຊັ້ນ 3 (ຫ້ອງວ່າການຫຼັງເກົ່າ) ກອງປະຊຸມໃຫຍ່ ສະມາຊິກພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ຄັ້ງທີ V ໄດ້ດໍາເນີນຢ່າງ ເປັນທາງການ ພາຍໃຕ້ການເປັນປະທານ, ກ່າວໄຂ ແລະ ກ່າວອັດ ຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ປ.ອ ຄໍາພຽມ ບົວລະພາ ຮອງເລຂາພັກແຂວງ; ພ້ອມດ້ວຍແຂກຖືກເຊີນ ຈາກອົງການຈັດຕັ້ງພາຄີກຸ່ມພັກ ພະນັກງານບໍານານ ຕະຫຼອດຮອດ ສະມາຊິກພັກສົມບູນ-ສໍາຮອງ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ 25 ສະຫາຍ, ຍິງ 12 ສະຫາຍ, ສະມາຊິກພັກສໍາຮອງ 1 ສະຫາຍ; ແຂກຖືກເຊີນ 7 ສະຫາຍ ຍິງ 2 ສະຫາຍພະນັກງານບໍານານ 2 ສະຫາຍ, ຜູ້ແທນສົມບບູນ(ສະມາຊິກພັກສົມບູນ) 16 ສະຫາຍ, ຍິງ 8 ສະຫາຍ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 18 |
![]() | ມື້ວານນີ້ | 101 |
![]() | ອາທິດນີ້ | 240 |
![]() | ເດືອນນີ້ | 1541 |
![]() | ທັງໝົດ | 141101 |