ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຊຸກຍູ້ວຽກງານຂໍ້ມູນຂ່າວສານ ຢູ່ເມືອງກະລຶມ
ວັນທີ 18 ມິຖຸນາ 2025 ທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ ພ້ອມດ້ວຍທີມງານ ທີ່ລົງເຄື່ອນໄຫວ ຊຸກຍູ້ວຽກງານຂໍ້ມູນຂ່າວສານ ຢູ່ເມືອງກະລຶມ ໄດ້ເຂົ້າພົບທ່ານ ນາງ ອິນຄຳ ໄຊຍະງານ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງກະລຶມ ເພຶ່ອສະເໜີຈຸດປະສົງໃນການເຄື່ອນໄຫວວຽກຄັ້ງນີ້ ໂດຍມີທ່ານ ຄຳພອນ ພັດທະນາການ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍຄະນະ ແລະ ພະນັກ ...