ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວ ວຽກງານ ເວັບໄຊ ຄອຮ.ຂ ທົ່ວປະເທດ ປະຈຳໄຕມາດ I

    ໃນວັນທີ 2 ເມສາ 2025 ທ່ານ ບຸນທັນ ຈູມຈັນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ ພ້ອມດ້ວຍຄະນະຮັບຜິດຊອບວຽກງານໂຄສະນາຜ່ານຊື່ເອເລັກໂຕຼນິກ (ເວັບໄຊ) ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານ ໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ປະຈໍາໄຕມາດ I ປີ 2025 ແລະ ທິດທາງແຜນການ ປະຈໍາໄຕມາດ II ປີ 2025; ພາຍໃຕ້ການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍແອັດມີນຄະນະໂຄສະນາອົບຮົມແຂວງທົ່ວປະເທດເຂົ້າຮ່ວມ.

     ໃນກອງປະຊຸມດັ່ງກ່າວ ຄະນະໂຄສະອົບຮົມແຕ່ລະແຂວງໄດ້ ລາຍງານສະພາບການຂຽນບົດຂ່າວ, ລົງເວັບໄຊ (ດ້ານດີ ແລະ ດ້ານຄົງຄ້າງ) ການເພີ່ມບັນດາຂໍ້ມູນລົງໃນພາລະບົດບາດ, ກົງຈັກການຈັດຕັ້ງ, ຂໍ້ມູນຕິດຕໍ່ໂຄສະນາອົບຮົມແຂວງເມືອງ (ສຳເລັດແລ້ວ ຫຼື ຍັງບໍ່ທັນສຳເລັດຍ້ອນຫຍັງ? ) ແລະ ຂໍ້ສະເໜີຕ່າງໆ ຂອງແຂວງຕົນ ພ້ອມກັນນັ້ນ ທ່ານ ບຸນທັນ ຈູມຈັນທະວົງ ກໍໄດ້ລາຍງານ ຜົນສໍາເລັດໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນ 1 ໄຕມາດຜ່ານມາ ຂອງຄະນະໂຄສະນາອົບຮົມແຂວງເຊກອງ ອັນພົ້ນເດັ່ນຄື: ໄດ້ລົງເກັບກໍາຂໍ້ມູນ, ຮູບພາບ ການເຄື່ອນໄຫວ ຂອງຫົວໜ້າ-ຄະນະໂຄສະນາອົບຮົມແຂວງ ເພື່ອຂຽນຂ່າວເຊິ່ງໄດ້ອັບໂຫຼດລົງເວບໄຊສ ແລະ ເຝສບຸກ ຈຳນວນ 18 ຂ່າວ, ມີຜູ້ເຂົ້າຊົມເວັບໄຊສ 13.008 ວິວ, ໃນນັ້ນ ຂ່າວທີ່ໄດ້ອັບໂຫຼດປະກອບມີ: ຜົນສຳເລັດກອງປະຊຸມໃຫຍ່ ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບຮົມແຂວງ 2 ບົດ, ການເຄື່ອນໄຫວ ວັນສ້າງຕັ້ງພັກປະຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສຳຄັນຕ່າງໆ ຂອງພັກ ຂອງຊາດ ຈຳນວນ 8 ບົດ, ຂ່າວການປະເມີນຜົນງານ ການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະ ແລະ ອົງການຈັດຕັ້ງມະຫາຊົນ 2 ບົດ, ຂ່າວ ການເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ 1 ບົດ, ຂ່າວການເຄື່ອນໄຫວຕ່າງໆພາຍໃຂແຂວງ 5 ບົດ, ພາຍຫຼັງໄດ້ຮັບການຝຶກອົບຮົມແລ້ວ ເຫັນວ່າການຂຽນຂ່າວມີຄວາມຄ່ອງໂຕກວ່າເກົ່າ, ການອັບເດດຂ່າວສານ ຕ່າງໆລົງໜ້າກະດານຂ່າວເວບໄຊ ຂອງຄະນະໂຄສະນາອົບຮົມໄດ້ປົກກະຕິ ພ້ອມນັ້ນ ຍັງໄດ້ອັບໂຫຼດພາລະບົດບາດ ຂອງຄະນະໂຄສະນາອົບຮົມແຂວງ ລົງເວບໄຊ.
     ໃນຕອນທ້າຍ ທ່ານ ວັນຕຸລາ ຣັກນຸດ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະນຳຄະນະໂຄສະນາອົບຮົມແຕ່ລະແຂວງ ຈົ່ງເອົາໃຈໃສ່ ໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກຢ່າງເປັນປົກກະຕິ, ເກັບກຳຂ່າວ, ຂຽນຂ່າວ ປະສານເພື່ອນຮ່ວມງານໃຫ້ຫຼາຍຂຶ້ນກ່ວາເກົ່າ, ຄະນະແອັດມີນຕ້ອງ ຕິດຕາມ ໜ້າເວັບໄຊ, ກະດານຂ່າວ, ພ້ອມທັງປັບປຸງໃຫ້ມີຫຼາຍຮູບ-ຫຼາຍສີ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa