ກອງປະຊຸມ ຄົບຄະນະບໍລິຫານງານ ຊາວໝຸ່ມປະຊາຊົນປະຕິວັດລາວແຂວງ ເຊກອງ ຄັ້ງທີ 5 ສະໄໝທີ VI

      ວັນທີ 5 ມິຖຸນາ 2024 ຄະນະບໍລິຫານງານຊາວໜຸ່ມແຂວງ ເຊກອງ ໄດ້ເປີດກອງປະຊຸມ ຄົບຄະນະບໍລິຫານງານ ຄັ້ງທີ 5 ສະໄໝທີ VI ຂຶ້ນ ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ຕຸລາວັນ ວົງໄຊ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີເລຂາຊາວໜຸ່ມ 4 ເມືອງ, ຄະນະບໍລິຫານງານຊາວ ໜຸ່ມທົ່ວແຂວງ, ເລຂາຄະນະຮາກຖານຊາວໜຸ່ມ, ເລຂາໜ່ວຍຮາກຖານຊາວໜຸ່ມພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ 41 ທ່ານ, ຍິງ 14 ທ່ານ.

ໃນກອງປະຊຸມ ທ່ານ ຕຸລາວັນ ວົງໄຊ ກຳມະການພັກແຂວງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ລາຍງານກ່ຽວກັບການດຳເນີນກອງປະຊຸມ ຄົບຄະນະບໍລິຫານງານຊາວໜຸ່ມແຂວງ ເຊິ່ງໃນກອງປະຊຸມດັ່ງກ່າວໄດ້ສະເໜີ ແລະ ເປັນປະຊາມະຕິຮັບຮອງເອົາກຳມະການຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງ ເຊກອງ ຄັ້ງທີ 5 ສະໄໝທີ VI ເພີ້ມເຕີມ 4 ທ່ານ, ຍິງ 1 ທ່ານ, ເຊິ່ງມີລາຍຊື່ດັ່ງລຸ່ມນີ້:

  1. ທ່ານ ເຂດສະຫວັນ ສິດທິນ້ອຍ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງກະລຶມ
  2. ທ່ານ ກີ້ວັນ ບຸນກາສຽນ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງດາກຈຶງ
  3. ທ່ານ ເອກທະວີ ສຸວັນນະຫົງຄຳ ເລຂາໜ່ວຍຊາວໜຸ່ມຮາກຖານທະນາຄານການຄ້າຕ່າງປະເທດລາວສາຂາແຂວງເຊກອງ
  4. ທ່ານ ນ. ສຸນິຕາ ບຸນວິໄລ ເລຂາໜ່ວຍຊາວໜຸ່ມແນວລາວສ້າງຊາດແຂວງເຊກອງ

ໃນຕອນທ້າຍ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໂອລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍ ຕໍ່ຜົນງານການເຄື່ອນປະຕິບັດໜ້າທີ່ວຽກງານ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ, ຄະນະໜ່ວຍຮາກຖານຊາວໜຸ່ມພະແນກການທີ່ໄດ້ເຄື່ອນໄຫວ ແລະ ເຮັດສຳເລັດໜ້າທີ່ ຂອງຕົນໃນຕະຫຼອດໄລຍະ 1 ປີຜ່ານມາ; ພ້ອມທັງເນັ້ນໜັກໃຫ້ ຄະນະບລິຫານງານຊາວໝຸ່ມແຂວງ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ເປັນເຈົ້າການປະຕິບັດແນວທາງຂອງພັກ,  ລະບຽບ-ກົດໝາຍຂອງລັດ, ເອົາໃຈໃສ່ລົງໃກ້ຊິດຕິດແທດກັບແຕ່ລະກຸ່ມເປົ້າໝາຍ, ປຸກລະດົມຂະບວນການຕ່າງໆ ເພື່ອກະກຽມກອງປະຊຸມໃຫຍ່ຂັ້ນ ຂອງຕົນແລະ ກອງປະຊຸມໃຫຍ່ 3 ຂັ້ນ   ຂອງພັກໃຫ້ເປັນຂະບວນການ,ຟົດຟື້ນ, ເອົາໃຈໃສ່ສ້າງໃຫ້ຊາວໜຸ່ມ-ເຍົາວະຊົນລາວບັນ ດາເຜົ່າມີຄຸນທາດການເມືອງໜັກແໜ້ນ, ມີນໍ້າໃຈຮັກຊາດອັນດູດດື່ມ, ຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ຂອງຊາດ, ມີຄວາມຮູ້, ຄວາມສາມາດ, ເສີມຂະຫຍາຍວັດທະນະທໍາອັນດີງາມຂອງຊາດ, ຂອງເຜົ່າ, ເພື່ອປະກອບສ່ວນໃນການພັດທະນາປະເທດຊາດກໍຄືແຂວງເຊກອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa