ກຳມະບານຮາກຖານ ຄະນະໂຄສະນາອົບຮົບແຂວງເຊກອງ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ III

 

 ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ສໍາເລັດກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນ ວັນທີ 25 ມີນາ 2025 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງເຊກອງ ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງທ່ານ ຄຳພາ ໄຊຍະແສງ ກໍາມະການພັກແຂວງ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ປະທານສະຫະພັນກໍາມະບານແຂວງ, ມີທ່ານ ບຸນທັນ ຈຸມຈັນທະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ເສົາພະຫັນ ຄຳສົງກາ ປະທານກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ, ມີຄະນະໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ, ສະມາຊິກກຳມະບານພາຍໃນຮາກຖານຄະນະໂຄສະນາອົບຮົບແຂວງ ແລະ ຮາກຖານກຳມະບານ ຂົງເຂດພັກ-ພະນັກງານແລະ ອົງການຈັດຕັ້ງມະຫາຊົນເຂົ້້າຮ່ວມ.


ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ຄະນະກຳມະບານຮາກຖານຊຸດໃໝ່ເຊິ່ງມີລາຍຊື່ດັ່ງນີ້:
1. ທ່ານ ນາງ ທີ ວໍລະສິງ ເປັນປະທານ
2. ທ່ານ ນາງ ກົມມະລີ ສຸລິໂຍສັກ ເປັນຮອງປະທານ
3. ທ່ານ ນາງ ປາລີນາ ພູພຽງເດືອນ ເປັນຮອງປະທານ ທັງເປັນປະທານກວດກາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa