ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເປີດຊຸດຝຶກອົບຮົບພື້ນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຼນິກ

ວັນທີ 10-20 ມິຖຸນາ 2024 ທ່ານ ບຸນທັນ ແກ້ວມະນີໄລ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳວຽກງານໄອທີ-ຂໍ້ມູນຂ່າວສານ ພ້ອມດ້ວຍພະນັກງານທີ່ຮັບຜິດຊອບວຽກງານຂໍ້ມູນຂ່າວສານ ໄດ້ເຂົ້າຮ່ວມຝຶກອົບຮົມພື້ນ ຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຼນິກ ດ້ວຍ VIDEO CONFERENCE ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ຜູ້ຊີ້ນໍາກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ແອັດມີນຄະນະໂຄສະນາອົບຮົມແຂວງທົ່ວປະເທດເຂົ້າຮ່ວມ.

ໃນຊຸດຝຶກອົບຮົມຄັ້ງນີ້ ວິທະຍາກອນ ໄດ້ນໍາສະເໜີການບໍລິຫານໜ້າກະດານຂ່າວເອເລັກໂຕຼນິກ (ເວັບໄຊສ) ຂັ້ນພື້ນຖານ ເພື່ອໃຫ້ນັກສຳມະນາກອນໄດ້ປະຕິບັດຕົວຈິງ ເຊິ່ງ ໄດ້ຖອດຖອນບົດຮຽນຈາກ ວິທະຍາກອນ ແລະ ນັກສຳມະ

ນາກອນດ້ວຍກັນ ເຊິ່ງເນື້ອໃນຝຶກອົບຮົມປະກອບມີ 5 ຫົວຂໍ້ດັ່ງນີ້:

ຫົວຂໍ້ 1: ຂັ້ນຕອນການກະກຽມຮູບພາບໃນການປະກອບບົດຂ່າວ .

ຫົວຂໍ້ 2: ຂັ້ນຕອນການສ້າງ ແລະ ເຜີຍແຜ່ບົດຂ່າວລົງໃນເວັບໄຊສ.

ຫົວຂໍ້ 3: ຂັ້ນຕອນການອັບເດດຂໍ້ມູນ ເອກະສານ ມະຕິຄໍາສັ່ງຕ່າງໆ ລົງໃນເມນູ ແລະ ຄໍລໍາຕ່າງໆ.

ຫົວຂໍ້ 4: ຂັ້ນຕອນການເຜີຍແຜ່ບັນດາຂໍ້ມູນ ຂ່າວສານຈາກເວັບໄຊສ ໄປຍັງບັນດາສື່ສັງຄົມອອນ.

ຫົວຂໍ້ 5: ຂັ້ນຕອນການສ້າງ ແລະ ຄຸ້ມຄອງຜູ້ ໃຊ້ງານລະບົບ (user).

ໃນໂອກາດປິດຊຸດຝຶກອົບຮົມ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຄະນະໂຄສະນາສູນກາງພັກ ໄດ້ມີຄຳເຫັນ ຊົມເຊີຍການນຳພາ-ຊີ້ນຳ ຂອງຄະນະໂຄສະນາອົບຮົມແຂວງ ແລະ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານ ຂອງບັນດາແອັດມີນຄະນະໂຄສະນາອົບຮົມແຂວງ ທົ່ວປະເທດທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ ເພື່ອໃຫ້ວຽກງານ ຂອງຕົນໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້ ທາງຄະນະຮັບຜິດ ຊອບຝຶກອົບຮົມໄດ້ຢັ້ງຢືນວ່າ ການຝຶກອົບຮົມຄັ້ງນີ້ເຫັນວ່າບັນດາແອັດມີນແຕ່ລະແຂວງ ມີຄວາມຮັບຮູ້ເຂົ້າໃຈເປັນຢ່າງດີ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa