ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວເກັບກໍາຂໍ້ມູນວຽກພັກ-ພະນັກງານ ທີ່ແຂວງເຊກອງ

ວັນທີ 20-21 ພຶດສະພາ 2024 ທ່ານ ນາງ ຈັນສຸກ ພິມມະວັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນວຽກພັກ-ພະນັກງານ ຮ່ວມກັບຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງລະມາມ ແລະ ຄະນະໂຄສະນາອົບຮົມເມືອງທ່າແຕງ; ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ຄຳຝອຍ ແກ້ວມະນີເຜືອກ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງລະມາມ,  ທ່ານ ບົວວັນ ບຸດຕະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງທ່າແຕ່ງ, ຮອງຫົວໜ້າ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະ ນາອົບຮົມແຂວງ ແລະ ເມືອງ ເຂົ້າຮ່ວມ.

ໃນນີ້ຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົບເມືອງລະມາມ ແລະ ຄະນະໂຄສະນາອົບຮົມເມືອງທ່າແຕງ ໄດ້ຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພັກ-ພະນັກງານ ຂອງກົມກອງຕົນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ວຽກງານພະນັກງານໄລຍະຜ່ານມາຄະນະໂຄສະນາອົບຮົມແຂວງ ໄດ້ເອົາໃຈໃສຕໍ່ການບຳລຸງ-ກໍ່ສ້າງພະນັກງານ ໃຫ້ມີຄວາມຮູ້,ຄວາມສາມາດເຊັ່ນ: ຝຶກອົບຮົມ, ບຳລຸງ, ຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດຢ່າງຕໍ່ເນື່ອງ, ພ້ອມນັນກໍໄດ້ຍົກໃຫ້ເຫັນກ່ຽວກັບຄວາມຮັບຜິດຊອບ ຂອງຄະນະພັກຕໍ່ການຄຸ້ມຄອງພະນັກງານ-ລັດຖະກອນ ທີ່ຢູ່ໃນຂະແໜງການ ຂອງຕົນ ແລະ ຍັງໄດ້ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ-ພະນັກງານ ລະຫວ່າງຄະນະໂຄສະນາອົບຮົມສູນກາງ, ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa