ວັນທີ 14 ມີນາ 2025 ທີ່ຫ້ອງປະຊຸມ ຫ້ອງວ່າການ ເມືອງລະມາມ ຂົງເຂດວັດທະນະທຳ-ສັງຄົມ ແລະ ປົກປ້ອງກົດໝາຍ ໄດ້ປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ພາຍໃຕ້ການເປັນປະທານ ຂອງທ່ານ ຖາວອນ ພົມມະໄລລຸນ ອາດີດຄະນະປະຈຳພັກແຂວງ, ອາດີດຮອງເຈົ້າແຂວງເຊກອງ, ມີຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຂະແໜງ, ຮອງຄະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງບັນດາພະແນກ ການ ທີ່ນອນໃນຂົງເຂດວັດທະນະທຳ-ສັງຄົມ ແລະ ປົກປ້ອງກົດໝາຍເຂົ້າຮ່ວມ 108 ທ່ານ, ຍິງ 41 ທ່ານ.
ໃນພິທີ່ດັ່ງກ່າວຕ່າງໜ້າຄະນະຮັບຜິດຊອບ ເຄື່ອນໄຫວໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ໄດ້ຜ່ານ ແຈ້ງການ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 1229/ຄອສພ, ລົງວັນທີ 16 ທັນວາ 2024 ກ່ຽວກັບການຈັດຕັ້ງໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ແລະ ຜ່ານຄຳສັ່ງແນະນຳ ຂອງຄະນະປະຈຳພັກແຂວງ ເລກທີ 01/ຄປພຂ, ລົງວັນທີ 20 ກຸມພາ 2025, ວ່າດ້ວຍການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ.
ໃນໂອກາດນີ້ ທ່ານ ຖາວອນ ພົມມະໄລລຸນ ໄດ້ໃຫ້ກຽດເລົ່າມູນເຊື້ອ ປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ ເຊິ່ງທ່ານໄດຍົກໃຫ້ເຫັນວ່າ ພາຍໃຕ້ການນໍາພາ ຂອງພັກກອມມູນິດອິນດູຈີນ ກໍຄືຄະນະພັກແຄວ້ນລາວ, ພັກໄດ້ຍູ້ແຮງວຽກງານປູກ ລະດົມຂົນຂວາຍມະຫາຊົນ ຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ, ຖືຊາວໄຮນາ ເປັນກໍາລັງພື້ນຖານ ຂອງການ ປະຕິວັດ ເຮັດໃຫ້ຂະບວນການຕໍ່ສູ້ລະເບີດຂຶ້ນແຕ່ຕໍ່າຫາສູງໃນທົ່ວປະເທດດ້ວຍບັນດາຮູບການທີ່ເໝາະສົມ ເປັນ ສາເຫດພາໃຫ້ມີການຢຶດອໍານາດ 23 ສິງຫາ 1945, ປະກາດເອກະລາດ ວັນທີ 12 ຕຸລາ 1945, ສ້າງຕັ້ງກອງທັບ ປະຊາຊົນລາວ ໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງແນວລາວອິດສະຫຼະຂຶ້ນ ໃນວັນທີ 13 ສິງຫາ 1950 ຊຶ່ງໄດ້ກາຍເປັນຄັນທຸງເຕົ້າໂຮມ, ດຶງດູດເອົາທຸກຊັ້ນຄົນເຂົ້າຮ່ວມການປະຕິວັດ ໄດ້ຢ່າງກວ້າງຂວາງ ແລະ ເຕີບ ໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ; ປີ 1955 ກອງປະຊຸມໃຫຍສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຈິ່ງໄດ້ໄຂຂື້ນ ຢູ່ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ ໂດຍເອີ້ນຊື່ວ່າ: “ພັກປະຊາຊົນລາວ” ປະທານ ໄກສອນ ພົມວິຫານ ໄດ້ຖືກເລືອກຕັ້ງເປັນ ເລຂາຄະນະຊີ້ນຳສູນກາງ (ເລຂາທິການໃຫຍ່) ພ້ອມທັງໄດ້ວາງແຜນດໍາເນີນງານຂອງພັກ 12 ຂໍ້ ຖືກຮັບຂອງໃນ ກອງປະຊຸມໃຫຍ່ຄັ້ງທີ I ຂອງພັກ ໃນວັນທີ 22 ມີນາ 1955 ເປັນໂຄງການ ການເມືອງສະບັບທໍາອິດ ເພື່ອເຮັດລ້ອນໜ້າທີ່ຂອງພັກໃນໄລຍະໃໝ່, ກາຍເປັນແນວ ທາງກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ນຳພາ ປະຊາຊົນດໍາເນີນການຕໍ່ສູ້ຍາດເອົາໄຊຊະນະນັບມື້ນັບໃຫຍ່ຫຼວງສາມາດເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ສູ້ຊົນເຮັດສຳເລັດພາລະກິດປົດປ່ອຍຊາດ.