ຂົງເຂດເສດຖະກິດ ແລະ ລັດວິສາຫະກິດສາຂາແຂວງເຊກອງ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ


 ວັນທີ 18 ມີນາ 2025 ທີ່ສະໂມສອນແຂວງເຊກອງ ຂົງເຂດເສດຖະກິດ ແລະ ລັດວິສາຫະກິດ ໄດ້ປາຖະກະຖາ ຫວນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ພາຍໃຕ້ການເປັນປະທານ ຂອງທ່ານ ສີດາ ສຸວັນນະສາຍ ອາດີດຮອງເລຂາພັກແຂວງເຊກອງ, ມີຄະນະພະແນກ, ຫົວໜ້າ-ຮອງຂະແໜງ ພ້ອມດ້ວຍພະນັກງານລັດຖະກອນ ຂອງບັນດາພະແນກການ ທີ່ນອນໃນຂົງເຂດເສດຖະກິດ, ລັດວິສາຫະກິດ, ທະນາຄານ, ບໍລິສັດໂທລະຄົມມະນາຄົມ ເຂົ້າຮ່ວມ.


ໃນພິທີ່ດັ່ງກ່າວຕ່າງໜ້າຄະນະຮັບຜິດຊອບ ເຄື່ອນໄຫວໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ໄດ້ຜ່ານ ແຈ້ງການ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 1229/ຄອສພ, ລົງວັນທີ 16 ທັນວາ 2024 ກ່ຽວກັບການຈັດຕັ້ງໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ແລະ ຜ່ານຄຳສັ່ງແນະນຳ ຂອງຄະນະປະຈຳພັກແຂວງ ເລກທີ 01/ຄປພຂ, ລົງວັນທີ 20 ກຸມພາ 2025, ວ່າດ້ວຍການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ.


ໃນໂອກາດນີ້ ທ່ານ ສີດາ ສຸວັນນະສາຍ ໄດ້ໃຫ້ກຽດເລົ່າປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ ແລະ ຍັງໄດ້ຍົກໃຫ້ເຫັນ ການພັດທະນາເສດຖະກິດຂອງ ສປປ ລາວ ພາຍໃຕ້ການນຳພາຂອງພັກປະຊາຊົນລາວ ໄດ້ມີຜົນສໍາເລັດ ແລະ ມີບາດກ້າວຂະຫາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ, ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນໃນແຕ່ລະໄລຍະ ພ້ອມກັນນັ້ນ ຄະນະພັກອົງການປົກຄອງແຂວງ ໄດ້ຢຶດໝັ້ນແນວທາງປ່ຽນແປງໃໝ່ດ້ານເສດຖະກິດຂອງພັກ ໂດຍຫັນຈາກເສດຖະກິດທຳມະຊາດກຸ້ມຕົນເອງ ໄປສູ່ເສດຖະກິດສິນຄ້າເພື່ອສົ່ງເສີມການຜະລິດ, ການແລກປ່ຽນ ສິນຄ້າໃຫ້ມີການຂະຫຍາຍຕົວ, ດັດແປງເຕັກ ນິກ ແລະ ຍົກສະມັດຖະພາບຂອງງານໃຫ້ສູງຂຶ້ນ, ປີ 1986-1996 ເປັນໄລຍະຕົ້ນ ຂອງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV-V ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ,ຄັ້ງທີ I-II ຂອງແຂວງ ເຊິ່ງແມ່ນໄລຍະທຳອິດ ຂອງການປະຕິຮູບເສດຖະກິດໃໝ່, ແຂວງເຊກອງໄດ້ພົບກັບ ຄວາມຫຍຸ້ງຍາກຫຼາຍປະການ, ແຕ່ອັດຕາການເຕີບໂຕ ຂອງເສດຖະກິດມະຫາພາກ ມີທ່າຂະຫຍາຍຕົວເພີ່ມ ຂຶ້ນສະເລ່ຍ 4,5% ຕໍ່ປີ, ໃນປີ 1996 ລວມຜະລິດຕະພັນກະສິກຳບັນລຸ 12.297 ລ້ານກີບ, ອຸດສະຫະກຳ 994,90 ລ້ານກີບ, ການບໍລິການ 1.019,48 ລ້ານກີບ, ລາຍໄດ້ສະເລ່ຍຈາກ 120$ ຄົນ/ປີ ໃນປີ 1993 ມາ ເປັນ 200$ /ຄົນ/ປີ ໃນປີ 1996 ການສ້າງສາພັດທະນາທົ່ວສັງຄົມມີບັນຍາກາດຟົດຟື້ນ, ກໍາລັງແຮງບົ່ມຊ້ອນ ຂອງທຸກພາກສ່ວນເສດຖະກິດໄດ້ຮັບການຂຸດຄົ້ນຢ່າງແຂງແຮງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa