ຄະນະໂຄສະນາອົບຮົບແຂວງ ເຄື່ອນໄຫວ ເຮັດວຽກ ຢູ່ຄະນະໂຄສະນາອົບຮົມເມືອງທ່າແຕງ

ວັນທີ 26 ມິຖຸນາ 2024 ທ່ານ ແສງຄຳ ສຸວັນແດງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະທິມງານ ໄດ້ລົງເຄື່ອນໄຫວ ເຮັດວຽກ ຮ່ວມກັບຄະນະໂຄສະນາອົບຮົມເມືອງທ່າແຕງ; ໂດຍມີທ່ານ ບົວວັນ ບຸດຕະວົງ, ທ່ານ ອາລຸນເພັດ ພອນວັນທາ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມເມືອງທ່າແຕງ ເຂົ້າຮ່ວມ.

ທ່ານ ບົວວັນ ບຸດຕະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ຂອງຄະນະໂຄສະນາອົບຮົມເມືອງໃນໄລຍະຜ່ານມາ; ຈາກນັ້ນຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄດ້ແລກປ່ຽນບົກຮຽນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງຕົນເພື່ອຍົກໃຫ້ເຫັນດ້ານຕັ້ງໜາ ແລະ ຂໍ້ຄົງ ຄ້າງຜ່ານມາ ຕິດພັນກັບການປັບປຸງພາລະບົດບາດ ຂອງຄະນະໂຄສະນາອົບຮົມເມືອງ ຕາມຄຳແນະນຳ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 201/ຄອສພ, ລົງວັນທີ 14 ຕຸລ່າ 2022 ເພື່ອປະຕິບັດໜ້າທີ່ການເມືອງ ຂອງພັກ ແລະ ແທດເໝາະກັບເງື່ອນໄຂສະພາບ ຂອງທ້ອງຖິ່ນຕົນ.

ການເຄື່ອນໄຫວເຮັດວຽກຄັ້ງນີ້ ທ່ານ ແສງຄໍາ ສຸວັນແດງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນຊີ້ທິດຫຼາຍບັນຫາເຊິ່ງທ່ານໄດ້ຊົມເຊີຍຕໍ່ຜົນງານໃນການ ຈັດຕັ້ງປະຕິບັດວຽກງານ ຂອງຄະນະໂຄສະນາອົບຮົມເມືອງ ທີ່ໄດ້ເອົາ ໃຈໃສ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຕົນ ກໍຄືການເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກເມືອງ  ແລະ ສາມາດເຮັດໃຫ້ວຽກງານໄດ້ຮັບຜົນສຳເລັດໃນຫຼາຍດ້ານ ນອກຈາກນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ ຄະນະໂຄສະນາອົບຮົມເມືອງ ຕ້ອງເປັນເຈົ້າການ, ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ສຳເລັດຕາມຄາດໝາຍ, ສືບຕໍ່ກຳນົດຕຳແໜງງານໃຫ້ສຳເລັດ ເພື່ອແນ່ໃສ່ກໍ່ສ້າງພະນັກງານພາຍໃນກົມກອງ ຂອງຕົນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa