ຄະນະໂຄສະນາອົບຮົມສູນກາງພັກ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບຄະນະໂຄສະນາອົບຮົມແຂວງ ເຊກອງ

ວັນທີ 26 ເມສາ 2024 ທ່ານ ປອ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບຄະນະໂຄສະນາອົບຮົມແຂວງ ໂດຍການຕ້ອນຮັບ ຂອງທ່ານ ແສງຄໍາ ສຸວັນແດງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ, ມີຄະນະໂຄສະນາອົບຮົມເມືອງລະມາມ ແລະ ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ 22 ທ່ານ, ຍິງ 11 ທ່ານ.

ທ່ານ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານຫຍໍ້ ກ່ຽວກັບການເຄື່ອນໄຫວ ວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ໄດ້ເປັນເຈົ້າການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເປັນເສນາທິການໃຫ້ແກ່ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ໄດ້ອອກແຈ້ງການແນະນໍາການເຊື່ອມຊຶມ, ຜັນຂະຫຍາຍແນວທາງຂອງພັກ, ປາຖະກະຖາວັນສຳຄັນ ຂອງພັກ-ຂອງຊາດ ແລະ ສາກົນ ເຖິງຄະນະພັກ, ພະແນກການຂັ້ນແຂວງ, ສອງກຳລັງປະກອບອາວຸດ, ຄະນະໂຄສະນາອົບຮົມ 4 ຕົວເມືອງ, ເປັນເຈົ້າການຄົ້ນຄວ້າ-ປັບປຸງ ດ້ານເນື້ອໃນເອກະສານວັນສຳຄັນຕ່າງໆ ຂອງພັກ-ຂອງຊາດ ເພື່ອໂຄສະນາປາຖະກະຖາມີຜູ້ເຂົ້າຮ່ວມ 10.953 ເທື່ອຄົນ, ຍິງ 4.354 ເທື່ອຄົນ, ສະມາຊິກພັກ 7.903 ເທື່ອສະຫາຍ, ຍິງ 2.914 ເທື່ອຄົນ; ເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຕ່ລະຂັ້ນ, ຄຳສັ່ງ, ກົດລະບຽບພັກ ແລະ ກົດໝາຍ ຂອງລັດ, ມີຜູ້ເຂົ້າຮ່ວມ 2,969 ສະຫາຍ, ຍິງ 497 ສະຫາຍ, ຈັດຝຶກອົບຮົມໃຫ້ພະນັກງານ ລົງກໍ່ສ້າງຮາກຖານການ ເມືອງຢູ່ 4 ຕົວເມືອງ 2 ຄັ້ງ ມີຜູ້ເຂົ້າຮ່ວມ 85 ສະຫາຍ, ຍິງ 18 ສະຫາຍ, ເປີດກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງ ມີຜູ້ເຂົ້າຮ່ວມ 151 ສະຫາຍ, ຍິງ 21 ສະຫາຍ, ຝຶກອົບຮົມໃຫ້ຜູ້ບໍລິຫານໂຮງຮຽນ ແລະ ຄູສອນວິຊາ ການເມືອງ-ສັງຄົມ ຢູ່ອ້ອມຂ້າງແຂວງ, ເມືອງລະມາມ ແລະ ເມືອງທ່າແຕງ ມີຜູ້ເຂົ້າຮ່ວມ 48 ທ່ານ, ຍິງ 48 ທ່ານ, ເກັບກໍາສັງລວມຫາງສຽງສັງຄົມ, ພ້ອມທັງຮ່າງເອກະສານອະທິບາຍຊີ້ແຈງ, ຕອບໂຈດບາງບັນຫາຫາງສຽງສັງຄົມ ທີ່ມີເນື້ອໃນບິດເບືອນຂໍ້ມູນທີ່ບໍ່ສອດ ຄ່ອງ, ສັງລວມການລາຍງານຫາງສຽງຈາກເພື່ອນຮ່ວມງານພະແນກການ ແລະ 4 ຕົວເມືອງ, ຕິດຕາມ ແລະ ເກັບກຳຫາງ ສຽງສັງຄົມ ພ້ອມທັງລາຍງານໃຫ້ຂັ້ນເທິງຮັບຊາບທັນເວລາ, ເອົາໃຈໃສ່ເກັບກໍາ ແລະ ອອກຂ່າວການເຄື່ອນໃຫວ ຂອງຄະນະໂຄສະນອົບຮົມແຂວງ ທາງເວັບໄຊສ ແລະ ເຝສບຸກ ໄດ້ທັນກັບສະພາບການ.

ໃນໂອກາດນີ້ ທ່ານ ປອ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ ໄດ້ມີຄຳເຫັນ, ໃຫ້ທິດຊີ້ນຳ ພ້ອມທັງມອບປື້ມ ແລະ ອຸປະກອນຈຳນວນໜຶ່ງ ໃຫ້ຄະນະໂຄສະນາອົບຮົມແຂວງ ເຊິ່ງທ່ານໄດ້ຊົມເຊີຍຕໍ່ຜົນການການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ກໍຄືການສຶກສາອົບຮົມການ ເມືອງ-ແນວຄິດ, ເຄື່ອນໄຫວຈັດຕັ້ງປາຖະກະຖາ, ເກັບກຳຫາງສຽງສັງຄົມມາປະກອບໃສ່ຮ່າງບົດລາຍງານ ເພື່ອລາຍງານຕໍ່ຂັ້ນເທິງໃນແຕ່ລະໄລຍະ, ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກບັນຫາທີ່ຄະນະໂຄສະນາອົບຮົມແຂວງ ຈະຕ້ອງໄດ້ສຸມໃສ່ໃນຕໍ່ໜ້າຄື: ສຸມໃສ່ເພີ່ມທະວີການສຶກສາອົບຮົມວຽກງານການເມືອງ-ແນວຄິດປ່ຽນໄປສູ່ຄຸນນະພາບໃໝ່, ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກໃນໄລຍະໃໝ່, ກະກຽມເຜີຍແຜ່, ເຊື່ອມຊຶມເອກສານກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດ, ດໍາເນີນໃຫ້ຖືກຕ້ອງ, ເປັນເອກະພາບ ແລະ ທັນເວລາ; ສືບຕໍ່ໂຄສະນາເຜີຍແຜ່, ເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຕ່ລະຂັ້ນ ໂດຍຕິດພັນກັບວຽກງານ 3 ສ້າງ, ເພີ່ມທະວີຄວາມສາມັກຄີພາຍໃນກົມກອງ ເພື່ອຮັບປະກັນຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຂອງຕົນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa