ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຊຸກຍູ້ວຽກງານຂໍ້ມູນຂ່າວສານຢູ່ເມືອງທ່າແຕງ

    ວັນທີ 6 ມິຖຸນາ 2025 ທ່ານ ບຸນທັນ ແກ້ວມະນີໄລ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານຂໍ້ມູນຂ່າວສານ ຢູ່ເມືອງທ່າແຕງ ໂດຍມີທ່ານ ເພັດສະໝອນ ຈັນທະວີໄຊ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ມີຮອງຫົວຄະນະໂຄສະນາອົບຮົມ, ຫົວໜ້າ-ຮອງໜ່ວຍງານ ແລະ ພະນັກງານ ພາຍໃນຄະນະໂຄສະນາອົບຮົມເມືອງທ່າແຕງເຂົ້າຮ່ວມ.

      ເຊິ່ງການເຄື່ອນໄຫວວຽກງານຄັ້ງນີ້ຈຸດປະສົງເພື່ອເຮັດໃຫ້ການປະສານງານ ແລະ ເຕັກນິກການເຊື່ອມຕໍ່ລະບົບເຄືອຂ່າຍເອເລັກໂຕນິກລະຫວ່າງຄະນະໂຄ ສະນາອົບຮົມແຂວງ ແລະ ຄະນະໂຄສະນາອັບຮົມເມືອງໄດ້ສະດວກແລະ ວ່ອງໄວ້ຂື້ນ, ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ພະນັກງານນຳພາ ແລະ ພະນັກງານທີ່ເຮັດວຽກຂໍ້ມູນຂ່າວສານຢູ່ຄະນະໂຄສະນາອົບຮົມເມືອງໃຫ້ມີຄວາມເຂົ້າໃຈ ເຫັນໄດ້ຄວາມສໍາຄັນ ແລະ ສາມາດນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝເຂົ້າໃນການເຮັດວຽກງານ ເປັນເສນາທິການໃຫ້ຄະນະພັກຂັ້ນຂອງຕົນມີຄວາມສະດວກ, ປະຢັດເວລາ ແລະ ງົບປະມານ ພ້ອມນັ້ນຍັງເຮັດໃຫ້ວຽກງານມີປະສິດທິຜົນກວ່າເກົ່າ ປະກອບສ່ວນເຂົ້າໃນການຫັນເປັນທັນສະໄໝເທື່ອລະກ້າວ, ຊຸກຍູ້ກ່ຽວກັບວິທີການປະສານງານ, ການສ້າງຕາໜ່າງເພື່ອນຮ່ວມງານ, ລະບົບການສ່ອງແສງລາຍງານໃຫ້ມີ ຄວາມຄ່ອງຕົວ, ເຮັດໃຫ້ບົດລາຍງານສະພາບການເຄື່ອນໄຫວຂອງຄະນະໂຄສະນາອົບຮົມເມືອງ ຕໍ່ຂັ້ນເທິງຖືກຕ້ອງຕາມ ຄວາມເປັນຈິງຂອງທ້ອງຖິ່ນ, ແນະນໍາວິທີການເກັບກຳຂ່າວ, ການຂຽນຂ່າວລົງເຟສບຸກ ຂອງຄະນະໂຄສະນາອົບຮົມເມືອງ.
ພາບ-ຂ່າວ ຄອຮ.ຂ ເຊກອງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa