
ວັນທີ 18 ມິຖຸນາ 2025 ທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ ພ້ອມດ້ວຍທີມງານ ທີ່ລົງເຄື່ອນໄຫວ ຊຸກຍູ້ວຽກງານຂໍ້ມູນຂ່າວສານ ຢູ່ເມືອງກະລຶມ ໄດ້ເຂົ້າພົບທ່ານ ນາງ ອິນຄຳ ໄຊຍະງານ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງກະລຶມ ເພຶ່ອສະເໜີຈຸດປະສົງໃນການເຄື່ອນໄຫວວຽກຄັ້ງນີ້ ໂດຍມີທ່ານ ຄຳພອນ ພັດທະນາການ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍຄະນະ ແລະ ພະນັກ ງານພາຍໃນຄະນະໂຄສະນາອົບຮົມເມືອງກະລຶມເຂົ້າຮ່ວມ.

ເຊິ່ງການເຄື່ອນໄຫວວຽກງານຄັ້ງນີ້ຈຸດປະສົງເພື່ອເຮັດໃຫ້ການປະສານງານ ແລະ ເຕັກນິກການເຊື່ອມຕໍ່ລະບົບເຄືອຂ່າຍເອເລັກໂຕນິກລະຫວ່າງຄະນະໂຄ ສະນາອົບຮົມແຂວງ ແລະ ຄະນະໂຄສະນາອັບຮົມເມືອງໄດ້ສະດວກແລະ ວ່ອງໄວ້ຂື້ນ, ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ພະນັກງານນຳພາ ແລະ ພະນັກງານທີ່ເຮັດວຽກຂໍ້ມູນຂ່າວສານຢູ່ຄະນະໂຄສະນາອົບຮົມເມືອງໃຫ້ມີຄວາມເຂົ້າໃຈ ເຫັນໄດ້ຄວາມສໍາຄັນ ແລະ ສາມາດນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝເຂົ້າໃນການເຮັດວຽກງານ ເປັນເສນາທິການໃຫ້ຄະນະພັກຂັ້ນຂອງຕົນມີຄວາມສະດວກ, ປະຢັດເວລາ ແລະ ງົບປະມານ ພ້ອມນັ້ນຍັງເຮັດໃຫ້ວຽກງານມີປະສິດທິຜົນກວ່າເກົ່າ ປະກອບສ່ວນເຂົ້າໃນການຫັນເປັນທັນສະໄໝເທື່ອ ລະກ້າວ, ຊຸກຍູ້ກ່ຽວກັບວິທີການປະສານງານ, ການສ້າງຕາໜ່າງເພື່ອນຮ່ວມງານ, ລະບົບການສ່ອງແສງລາຍງານໃຫ້ມີ ຄວາມຄ່ອງຕົວ, ເຮັດໃຫ້ບົດລາຍງານສະພາບການເຄື່ອນໄຫວຂອງຄະນະໂຄສະນາອົບຮົມເມືອງ ຕໍ່ຂັ້ນເທິງຖືກຕ້ອງຕາມ ຄວາມເປັນຈິງຂອງທ້ອງຖິ່ນ, ແນະນໍາວິທີການເກັບກຳຂ່າວ, ການຂຽນຂ່າວລົງເຟສບຸກ ຂອງຄະນະໂຄສະນາອົບຮົມເມືອງ.