ຄະນະໂຄສະນາອົບຮົມແຂວງເຊກອງ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານ ຜ່ານສື່ເອເລັກໂຕຼນິກ(ເວັບໄຊສ) ປະຈຳໄຕມາດ I / 2024

ວັນທີ 25 ມີນາ 2024 ທ່ານ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ ກອງປະຊຸມສ່ອງແສງລາຍງານ ການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ປະຈຳໄຕມາດ I(1-2-3/2024). ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຄະນະພັກ, ຄະນະໂຄສະນາອົບຮົມ ພ້ອມດ້ວຍຄະນະຮັບຜິດຊອບວຽກງານເວັບໄຊສ ຂອງແຕ່ລະແຂວງທົ່ວປະເທດເຂົ້າຮ່ວມ.

ໃນກອງປະຊຸມ ຄະນະໂຄສະນາອົບຮົມແຂວງເຊກອງ ແລະ ຄະນະໂຄສະນາອົບຮົມແຕ່ລະແຂວງ ໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊສ ຂອງຕົນ ໃນໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນການປະຈຳໄຕມາດ II (4-5-6) ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ຈາກນັ້ນແຕ່ລະແຂວງຍັງໄດ້ສະເໝີບັນຫາທີ່ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ເພື່ອແລກຖອດຖອນບົດຮຽກເຊິ່ງກັນ ແລະ ກັນ ພ້ອມທັງຂໍທິດຊີ້ນຳຈາກຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ໃຫ້ກຽດມີຄຳເຫັນ ແລະ ທ່ານໄດ້ຮຽກຮ້ອງມາຍັງຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ໃນການນຳໃຊ້ເຕັກໂນໂລຊີ-ຂໍ້ມູນຂ່າວສານ ທີ່ມີຄວາມທັນສະໄໝ ຖ້າຫາກວ່າພວກເຮົາ ບໍ່ພ້ອມໃຈກັນຫັນປ່ຽນ, ​ຮຽນຮູ້ນຳໃຊ້ ລະບົບທີ່ທັນສະໄໝເຂົ້າໃນການປະຕິບັດວຽກງານ ກໍຈະຢຸດຈຶ້ງຢູ່ບ່ອນເກົ່າໄປບໍ່ທັນໂລກ ສະນັ້ນ, ພວກເຮົາຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ຮ່ຳຮຽນດ້ວຍຕົນເອງ ເພື່ອພ້ອມກັນແກ້ໄຂຈຸດອ່ອນ, ເສີມຂະຫຍາຍຈຸດດີຢ່າງບໍ່ຢຸດຢັ້ງ, ກ້າວໄປສູ່ຄວາມທັນສະໄໝ ແລະ ໃຫ້ຢູ່ໃນແຖວໜ້າຂອງອົງການພັກ; ບໍ່ສະເພາະແຕ່ພຽງເວັບໄຊສເທົ່ານັ້ນແຕ່ຍັງມີເຕັກໂນໂລຊີ ໃໝ່ໆອີກຫຼາຍຢ່າງທີ່ພວກເຮົາຈະຕ້ອງໄດ້ຮຽນຮູ້ ແລະ ນຳໃຊ້ເພື່ອເຮັດໃຫ້ການປະຕິບັດວຽກງານສະດວກຫຼາຍຂື້ນ, ດັ່ງນັ້ນພາຍຫຼັງທີ່ບັນດາແຂວງໄດ້ເຂົ້າໃຈພື້ນຖານການນຳໃຊ້ໃນລະດັບໜຶ່ງດ້ວຍຕົນເອງແລ້ວ ພວກເຮົາຈະໄດ້ຝຶກການນຳໃຊ້ ແລະ ບໍລິຫານເວັບໄຊສ ເວີຊັ່ນໃໝ່ນີ້ໃຫ້ບັນດາແຂວງຕື່ມອີກ ຈາກທີ່ຢູ່ໃນລະດັບທີ່ສາມາດນຳໃຊ້ໄດ້ ຈະໃຫ້ກາຍເປັນລະດັບຜູ້ຊຳນານງານຂຶ້ນຕື່ມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa