ຄະນະໂຄສະນາອົບຮົມແຂວງເຊກອງ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ ) ຄະນະໂຄສະນາອົບຮົມແຂວງ ປະຈຳໄຕມາດ II

ວັນທີ 27 ມິຖຸນາ 2024 ທ່ານ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານໄອທີ-ຂໍ້ມູນຂ່າວສານ ພ້ອມດ້ວຍຄະນະຮັບຜິດຊອບວຽກງານໄອທີ-ຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານ ໂຄສະນາຜ່ານສື່ເອເລັກໂຕຼນິກ(ເວັບໄຊສ) ປະຈໍາໄຕມາດ II 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ ) ປະຈໍາໄຕມາດ III 2024; ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບ ຮົມ,  ມີທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍແອັດມີນຄະນະໂຄສະນາອົບຮົມແຂວງທົ່ວປະເທດເຂົ້າຮ່ວມ.

ໃນກອງປະຊຸມ ຄະນະໂຄສະນາອົບຮົມແຕ່ລະແຂວງ ໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊສ ຂອງຕົນໃນໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນການປະຈຳໄຕມາດ III 2024 ເຊິ່ງໃນນັ້ນ ທ່ານ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານໄອທີ-ຂໍ້ມູນຂ່າວສານໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຂອງຄະນະຮັບຜິດຊອບວຽກງານໂຄ ສະນາຜ່ານສື່ເອເລັກໂຕຼນິກ(ເວັບໄຊສ)ຄະນະໂຄສະນາອົບຮົມແຂວງເຊກອງເຊັ່ນ:

  1. ໄດ້ລົງເກັບກໍາຂໍ້ມູນ, ຮູບພາບ ການເຄື່ອນໄຫວ ຂອງຫົວໜ້າ-ຄະນະໂຄສະນາອົບຮົມແຂວງ ເພື່ອຂຽນຂ່າວເຊິ່ງໄດ້ອັບໂຫຼດລົງເວບໄຊສ ແລະ ເຝສບຸກ ຈຳນວນ 8 ຂ່າວ.
  2. ອັບໂຫຼດບັນດາມະຕິຕົກລົງ 2 ສະບັບ, ສາລະໜ້າຮູ້ 2 ບົດຄວາມ (ລົງເວັບໄຊສ ຂອງ ຄອຮ.ຂ).
  3. ໄດ້ເຂົ້າຮ່ວມຝຶກອົມຮົມພື້ນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຼນິກຮ່ວມກັບບັນດາແອັດມີນຄະນະໂຄສະນາອົບຮົມແຂວງທົ່ວປະເທດ.
  4. ໄດ້ສ້າງແຜນ ຝຶກອົບຮົມວຽກໄອທີ ໃຫ້ຄະນະໂຄສະນາອົບຮົມ 4 ຕົວເມືອງ.
  5. ໄດ້ລາຍງານການເຄື່ອນໄຫວວຽກງານປະຈຳເດືອນ ແລະ ໄຕມາດ ສົ່ງໃຫ້ຄະນະໂຄສະນາອົບຮົມສູນກາງພັກ.
  6. ໄດ້ແຕ່ງຕັ້ງຄະນະຊີ້ນຳ ແລະ ພະນັກງານຮັບຜິດຊອບວຽກງານໄອທີ.

ໃນຕອນທ້າຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ໃຫ້ກຽດມີຄຳເຫັນຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນຳຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນການນຳໃຊ້ເຕັກໂນໂລຊີ-ຂໍ້ມູນຂ່າວສານ ທີ່ທັນສະໄໝເຂົ້າໃນການປະຕິບັດວຽກງານໂຄສະນາອົບຮົມ ສືບຕໍ່ຄົ້ນຄວ້າ, ຮ່ຳຮຽນເພື່ອພ້ອມກັນເສີມຂະຫຍາຍຈຸດດີແກ້ໄຂຂໍ້ຄົງຄ້າງ, ກ້າວໄປສູ່ການຫັນເປັນທັນສະໄໝ ແລະ ໃຫ້ຢູ່ໃນແຖວໜ້າຂອງອົງການພັກ; ບໍ່ສະເພາະແຕ່ພຽງເວັບໄຊສເທົ່ານັ້ນແຕ່ຍັງມີເຕັກໂນໂລຊີ ໃໝ່ໆອີກຫຼາຍຢ່າງທີ່ຈະຕ້ອງໄດ້ຮຽນຮູ້ ແລະ ນຳໃຊ້ເພື່ອເຮັດໃຫ້ການປະຕິບັດວຽກງານສະດວກຫຼາຍຂື້ນຕື່ມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa