ວັນທີ 26 ກຸມພາ 2025 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ; ພາຍໃຕ້ການເປັນປະທານ ຂອງສະຫາຍ ໄຂຄຳ ດອຍສີທົນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕ່າງໜ້າຂະແໜງພັກ ຂອງຄະນະຈັດຕັ້ງແຂວງ, ມີມະຫາຊົນກ້າວໜ້າ ມາຈາກພະແນກການອ້ອມຂ້າງແຂວງ, ລັດວິສາຫະກິດ ແລະ ສູນການສຶກສານອກໂຮງຮຽນຂັ້ນແຂວງເຂົ້າຮ່ວມ 28 ສະຫາຍ, ຍິງ 16 ສະຫາຍ.
ໃນໂອກາດນີ້ ສະຫາຍ ໄຂຄຳ ດອຍສີທົນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດເຊື່ອມຊຶມເອກະສານສະໜັບສະໜູນພັກປະຊາຊົນປະຕິວັດລາວ ເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໄດ້ຮັບຮູ້-ເຂົ້າໃຈເບື້ອງຕົ້ນກ່ຽວກັບ ຄວາມໝາຍ, ຄວາມສຳຄັນຂອງພັກການເມືອງ, ປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ ຂອງພັກປະຊາຊົປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ; ພ້ອມທັງໄດ້ເນັ້ນໜັກໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຕ້ອງມີຄວາມບຸກບືນ, ຫ້າວຫັນ, ປະຕິບັດຕາມກົດລະບຽບ ແລະ ຂໍ້ຫ້າມ ຂອງສະມາຊິກພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີການຕື່ນຕົວສະໝັກເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ເພື່ອເພີ້ມກຳລັງແຮງໃຫ້ແກ່ພັກນັບມື້ນັບຫຼາຍຂື້ນ.