ຄຸນປະໂຫຍຸດ ຂອງໝາກໄມ້ ທີ່ສາມາດສ້າງພູມຄຸ້ມກັນໃຫ້ຮ່າງກາຍ

ເນື່ອງຈາກອາກາດມີປ່ຽນແປງຢູ່ຕະຫຼອດ ເວລາ ອາດເຮັດໃຫ້ຮ່າງກາຍເຮົາປັບສະພາບບໍ່ ຫັນ ເຊິ່ງສົ່ງຜົນເຮັດໃຫ້ເຮົາເປັນຫວັດໄດ້ງ່າຍ ເພາະວ່າຮ່າງກາຍຂອງເຮົາ ມີພູມຕ້ານທານ ໜ້ອຍ. ສະນັ້ນຂໍນຳເອົາ ຜົນປະໂຫຍດຈາກໝາກໄມ້ 5 ຊະນິດ ທີ່ມີວິຕາມິນ ຊີສູງ ມາຝາກທ່ານຜູ້ອ່ານ ເພື່ອຊ່ວຍເພີ່ມພູມຄຸມ ກັນໃຫ້ແກ່ຮ່າງກາຍ ຂອງທ່ານ.

1. ໝາກຂາມປ້ອມ: ເປັນໝາກໄມ້ທີ່ຫາ ໄດ້ງ່າຍ, ໝາກຂາມປ້ອມມີວິຕາມິນຊີສູງທີ່ສຸດ, ໂດຍມີຂໍ້ມູນຢັ້ງຢືນວ່າ: ໃນໝາກຂາມປ້ອມສົດ

100 ກຼາມ ຈະມີວິຕາມິນຊີແຝງຢູ່ເຖິງ 276 ມິລິ ກຼາມ ຫຼື ຖ້າເອົາໝາກຂາມປ້ອມໄປຄັ້ນນໍ້າດື່ມ ກໍຈະໄດ້ວິຕາມິນຊີສູງກວ່ານໍ້າໝາກກ້ຽງ 20 ເທົ່າ; ຍ້ອນສັບພະຄຸນແບບນີ້ ໝາກຂາມປ້ອມ ຈິ່ງມີ ຄວາມສາມາດແກ້ອາການໄຂ້ຫວັດ, ຊ່ວຍລະ ລາຍຂີ້ກະເທິ ແລະ ແກ້ອາການໄອໄດ້ດີ.

2 ໝາກສີດາ: ເປັນໝາກໄມ້ທີ່ຫຼາຍຄົນ ກໍຮູ້ວ່າມີວິຕາມິນຊີສູງ ແລະ ຫຼາຍໆຄົນ ກໍມັກ ກິນ ແຖມກິນແລ້ວຍັງເຮັດໃຫ້ນໍ້າໜັກ ແລະ ນໍ້າ ຕານໃນເລືອດບໍ່ເພີ່ມຂຶ້ນ, ຄົນທີ່ເປັນເບົາຫວານ ກໍເລືອກກິນ ເພາະມັນບໍ່ຫວານຫຼາຍ; ໂດຍໝາກ ສີດາສົດ 100 ກຼາມ ຈະໃຫ້ວິຕາມິນຊີຫຼາຍເຖິງ160 ມີລິກຼາມ, ເຊິ່ງກໍຈະພຽງພໍຕໍ່ຄວາມຕ້ອງ ການຂອງຮ່າງກາຍໃນ 1 ມື້. ເວລາກິນກໍບໍ່ຄວນ ບອກເປືອກ ເພາະວິຕາມິນຊີຈະຢູ່ໃນເປືອກເປັນ ສ່ວນຫຼາຍ ແລະ ຄວນກິນໝາກສີດາທີ່ໃຫຍ່ເຕັມ ທີ່ ແລະ ຍັງມີສີຂຽວຢູ່

3.  ໝາກລິ້ນຈີ: ເປັນໝາກໄມ້ທີ່ຫຼາຍໆຄົນມັກກິນເປັນຊີວິດຈິດໃຈ ເພາະໝາກລິ້ນຈີ່ມີລົດ ຊາດສົ້ມຫວານແຊບ ແລະ ມີວິຕາມິນຊີ ປະລິ ມານ 71 ມີລິກຼາມ ຕໍ່ ລິ້ນຈີ່ 100 ກຼາມ, ພ້ອມທັງ ມີສັບພະຄຸນຊ່ວຍ ໃນການບຳລຸງຫຼອດເລືອດ, ປ້ອງ ກັນພະຍາດກະດູກ ແລະ ແຂ້ວ, ແກ້ອາການໄອ ຊ້ຳເຮື້ອ, ແກ້ອາການຄັນດັ່ງ ເພາະລິ້ນຈີ່ເປັນໝາກ ໃຫ້ ໄມ້ທີ່ແຊບ, ຈຶ່ງເຮັດໃຫ້ຄົນມັກ ແຕ່ຂໍ້ເສຍຂອງມັນ ກໍຄື ຖ້າຫາກກິນໃນປະລິມານທີ່ຫຼາຍເກີນໄປ ກໍ ຈະເກີດອາການຮ້ອນໃນໄດ້. ສະນັ້ນ, ຄວນກິນໃຫ້ ພໍເໝາະຕໍ່ຮ່າງກາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa