ປະກາດ ໂຮງຮຽນປອດຢາເສບຕິດ 5 ແຫ່ງທີ່ຂື້ນກັບພະແນກສຶກສາທິການ ແລະ ກິລາແຂວງເຊກອງ ປະຈຳປີ 2023 ແລະ ເປີດຂະບວນການແຂ່ງຂັນສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປະຈຳປີ 2024

 

  ວັນທີ 17 ພຶດສະພາ 2024 ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ປະກາດໂຮງຮຽນ ມສ ແຂວງ, ໂຮງຮຽນ ມສ ຊົນເຜົ່າແຂວງ, ໂຮງຮຽນອະນຸບານແຂວງ, ໂຮງຮຽນເຕັກນິກວິຊາຊິບແບບປະສົມແຂວງ ແລະ ສູນສຶກສານອກໂຮງ ຮຽນແຂວງ ປອດຢາເສບຕິດປະຈຳປີ 2023 ແລະ ເປີດຂະບວນການແຂ່ງຂັນສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບ ຕິດ ປະຈໍາປີ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວ ໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ຄໍາໄພ ສິມມາວັດ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການອ້ອມຂ້າງແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ເລຂາພັກບ້ານ-ນາຍບ້ານ ພາຍໃນເທດສະບານແຂວງ, ຄະນະອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນ-ນັກສຶກສາຂອງບັນດາໂຮງຮຽນດັ່ງກ່າວ ເຂົ້າຮ່ວມ.

ໃນພິທີ ທ່ານ ສຸກສໍາລີ ສຸນີວັນ ຮອງອໍານວຍການໂຮງຮຽນ ມສ ຊົນເຜົ່າແຂວງ ຕ່າງໜ້າ 5 ໂຮງຮຽນຂື້ນຜ່ານບົດລາຍງານການເຄື່ອນໄຫວສ້າງໂຮງຮຽນປອດຢາເສບຕິດ ສົກຮຽນ 2022- 2023; 5 ແຫ່ງ ເຊິງມີພະນັກງານຄູ-ອາຈານ 199 ຄົນ, ຍິງ 115 ຄົນ, ນັກຮຽນ 2,232 ຄົນ, ຍິງ 1,085 ຄົນ; ຄະນະພັກ-ຄະນະນໍາ ຂອງໂຮງຮຽນໄດ້ເອົາໃຈໃສແຕ່ງຕັ້ງ ແລະ ປັບປຸງຄະນະຮັບຜິດຊອບ ວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດໃນໂຮງຮຽນ ພ້ອມທັງສ້າງຕັ້ງໜ່ວຍອາສາສະໝັກ ຂອງໂຮງຮຽນເພື່ອນຊ່ວຍເພື່ອນ, ໂດຍກຳນົດເປັນ 5 ໜ້າວຽກຈຸດສຸມຄື: ວຽກແນວຄິດຈິນຕະນາການ, ວຽກປັບປຸງນິຕິກຳທີ່ກ່ຽວ ຂ້ອງ, ວຽກສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານທຸກຂັ້ນ, ວຽກສ້າງກົມກອງ ແລະ ສະຖານການສຶກສາປອດຢາເສບຕິດ, ວຽກການພົວພັນຮ່ວມມືກັບສາຍຕັ້ງ-ສາຍຂວາງ, ໄດ້ເກັບກຳຂໍ້ມູນກຸ່ມເສບ, ກຸ່ມສ່ຽງຢ່າງຮັດກຸມ ແລະ ທັນເຫດການໃນທຸກໆ 3 ເດືອນ, ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກສາໄດ້ຢ່າງເລິກເຊິ່ງກວ້າງຂວາງ, ພ້ອມທັງສ້າງຂະບວນການແຂ່ງຂັນສອນດີ-ຮຽນເກັ່ງ, ສ້າງສະພາບແວດລ້ອມທີ່ດີ, ແຂ່ງຂັນກິລາ-ສິລະປະຕາມ 5 ເນື້ອໃນຂໍ້ແຂ່ງຂັນ ຂອງຂະແໜງການສຶກສາວາງອອກຢ່າງເປັນຂະບວນຟົດຟື້ນ.

ຫຼັງຈາກນັ້ນ ທ່ານ ນາງ ອາລິກອນ ໄຊມູນຄໍາ ຫົວໜ້າຂະແໜງຈັດຕັ້ງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ ຜານຂໍ້ຕົກລົງ ຂອງພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 438/ສກຂ, ລົງວັນທີ 30 ຕຸລາ 2023 ວ່າ ດ້ວຍຮັບຮອງ ປະກາດໂຮງຮຽນປອດຢາເສບຕິດ ພ້ອມນັ້ນ ທ່ານ ຄໍາໄພ ສິມມາວັດ ກຳມະການພັກແຂວງ, ຫົວໜ້າພະ ແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ແກ່ໂຮງຮຽນ ປອດຢາເສບຕິດທັງ 5 ແຫ່ງ.

ໃນຕອນທ້າຍ ທ່ານນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນຕໍ່ພິທີ ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ຄະນະພັກ-ຄະນະນໍາ ຂອງ 5 ໂຮງຮຽນທີ່ໄດ້ເອົາໃຈໃສ່ຕໍ່ວຽກງານສະກັດກັ້ນ ແລະ ໄກ້ໄຂບັນຫາຢາເສບຕິດ ພ້ອມກັນນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ສືບຕໍ່ສ້າງໂຮງຮຽນປອດຢາເສບຕິດໃນປີຕໍ່ໄປຢ່າງຕໍ່ເນື່ອງ, ເພີ່ມທະວີການໂຄສະນາສຶກສາອົບຮົມ, ເຜີຍແຜ່ກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ຜົນຮ້າຍຂອງຢາເສບຕິດດ້ວຍ ຫຼາຍຮູບແບບ, ຫຼາຍວິທີການ, ສຸມໃສ່ການນໍາພາ ສຶກສາອົບຮົມ ການເມືອງ-ແນວຄິດ, ຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ໃຫ້ສະມາຊິກພັກ, ພະນັກງານບໍລິຫານ, ຄູສອນຕະຫຼອດຮອດນັກຮຽນ, ນັກສຶກສາ ຢ່າງເລິກເຊິ່ງກວ້າງ ຂວາງ, ຍົກສູງຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາຂອງຜູ້ອໍານວຍການໂຮງຮຽນໃນການສະກັດກັ້ນ ແລະ ແກ້ໄຂ ບັນ ຫາຢາເສບຕິດໃຫ້ເປັນພັນທະ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa