ປະຊາຊົນບ້ານໂມ ຮ່ວມກັນສ້າງຂະບວນການ ອອກແຮງການ ອະນາໄມຕາມຂອບເຂດບ້ານຂອງຕົນ

       ຕອນເຊົ້າຂອງວັນທີ 7 ສິງຫາ 2024 ອົງການຈັດຕັ້ງບ້ານໂມ ເມືອງລະມາມ ແຂວງ ເຊກອງ  ພ້ອມດ້ວຍປະຊາຊົນພາຍໃນບ້ານ ໄດ້ອອກແຮງງານລວມ ເພື່ອອະນາໄມຂອບເຂດບ້ານລຽບຕາມສາຍທາງ ເພື່ອກຳຈັດແຫຼ່ງເພາະພັນຍຸງລາຍ ເຊິ່ງເປັນສາເຫດການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ(ໄຂ້ເລືອດອອກ) ທີ່ກຳລັງລະບາດໃນປະຈຸດບັນ ໂດຍການນຳພາ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົບແຂວງ, ມີທ່ານ ຄໍາໄພ ສິມມາວັດ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທີການ ແລະ ກິລາ, ທ່ານ ສົມເພັດ ເອີດລັດດາ ກຳມະການພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ດຣ ລັດສະໝີ ສຸພັນທອງ ອຳນວຍການໂຮງໝໍແຂວງ ພ້ອມດ້ວຍຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການລະບາດ ຂອງພະຍາດໄຂ້ຍຸງລາຍຂັ້ນແຂວງ.

ທາງຄະນະສະເພາະກິດນຳໂດຍທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົບແຂວງ ສົມທົບກັບອົງການປົກຄອງບ້ານ ພ້ອມດ້ວຍປະຊາຊົນພາຍໃນບ້ານ ໄດ້ພ້ອມກັນອະນາໄມ, ຖາງຫຍ້າ, ເກັບຂີ້ເຫຍື່ອ, ຂວັມກະໂປະ, ກະປ໋ອງ, ກຳຈັດແຫຼ່ງເພາະພັນຍຸງລາຍ ເພື່ອໃຫ້ການລະບາດ ຂອງໄຂ້ຍຸງລາຍນັບມື້ຫຼຸດລົງ ໂດຍປະຕິບັດວິທີປ້ອງການພະຍາດໄຂ້ຍຸງລາຍ ດ້ວຍການໃຊ້ມາດຕາການ 5 ປ:

  • ປິດ ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ເພື່ອບໍ່ໃຫ້ຍຸງໄຂ່ໃສ່
  • ປ່ອຍ ປ່ອຍປາເພື່ອກິນໜອນນໍ້າ
  • ປ່ຽນ ປ່ຽນນໍ້າໃນພາຊະນະເຊັ່ນ:ເຕົ້າດອກໄມ້ ນໍ້າຮອງຕີນຕູ້ ຖານຮອງຈອກນໍ້າ
  • ປັບ ປັບປຸງການອະນາໄມສິ່ງແວັດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ ຢາງຕີນລົດເກົ່າທີ່ມີນໍ້າຂັງ
  • ປະຕິບັດ ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa