ວັນທີ 7 ກຸມພາ 2025 ແຂວງ ເຊກອງ ໄດ້ປາຖະກະຖາ ລະນຶກວັນເກີດ ຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 101 ປີ (8 ກຸມພາ 1924-8 ກຸມພາ 2025) ພາຍໃຕ້ການເປັນປະທານ ຂອງທ່ານ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ແລະ ຮອງພະແນກ, ຫົວໜ້າ ແລະ ຮອງອົງການທຽບເທົ່າຂັ້ນແຂວງ, ປະທານ ແລະ ຮອງປະທານສະພາປະຊາຊົນແຂວງ, ປະທານ ແລະ ຮອງປະທານຄະນະກຳມະການ ແລະ ຄະນະເລຂາທິການສະພາປະຊາຊົນແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແຕ່ຊັ້ນພັນໂທຂຶ້ນໄປ, ຫົວໜ້າຂະແໜງ, ຫົວໜ້າ ແລະ ຮອງ ລັດວິສາຫະກິດ ຢູ່ອ້ອມຂ້າງແຂວງ ເຂົ້້າຮ່ວມ.
ໃນໂອກາດນີ້ ທ່ານ ເຫລັກໄຫລ ສີວິໄລ ໄດ້ໃຫ້ກຽດ ເລົ່າປະຫວັດການເຄື່ອນໄຫວ ເຊິ່ງໄດ້ຍົກໃຫ້ເຫັນ ຜົນງານໃນການຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮ້ານ ຂອງປະທານ ຄຳໄຕ ສີພັນດອນ ແລະ ທ່ານກໍແມ່ນຜູ້ຫນຶ່ງໃນບັນດາຜູ້ນຳຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງປະຕິວັດ ຢູ່ປະເທດເຮົາ, ເຊິ່ງເວລາໃດກໍ່ໜັກແໜ້ນທາງດ້ານການ ເມືອງ, ສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ; ເລີ່ມຈາກພະນັກງານທຳມະດາກາຍ ເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຄຽງບ່າຄຽງໄຫລ່ກັບ ປະທານ ໄກສອນ ພົມວິຫານ ປະທານ ສຸພານຸວົງ ແລະ ຜູ້ນຳຄົນອື່ນໆ ຂອງແນວລາວຮັກຊາດ ໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ຕໍ່ຈາກນັ້ນ ກໍ່ໄດ້ປະກອບສ່ວນຄົ້ນຄວ້າ ແລະ ກຳນົດທິດທາງ ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ອອກຢ່າງຖືກຕ້ອງ, ສອດຄ່ອງທັງໄດ້ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດໄດ້ຮັບຜົນສໍາເລັດໃນຫລາຍດ້ານ; ເພື່ອເສີມຂະຫຍາຍມູນເຊື້ອ ແລະ ຄຸນງາມຄວາມດີຂອງ ປະທານ ຄຳໄຕ ສີພັນດອນ ເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຄະນະພັກ, ຄະນະນຳເຮົາຕ້ອງເອົາໃນໃສ່:
1). ຕັ້ງໜ້າຄົ້ນຄວ້າສຶກສາຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ, ຈົງຮັກພັກດີ, ມີຄວາມມານະອົດທົນ, ອຸນອ່ຽນທຸ່ນທ່ຽງ, ອຸທິດຕົນໃຫ້ພາລະກິດປະຕິວັດ, ເພື່ອຊາດ ເພື່ອປະຊາຊົນ, ມີນໍ້າໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຢັດມັດທະຢັດ, ໃກ້ຊິດມະຫາຊົນ, ສ້າງຄວາມເຊື່ອໝັ້ນໄວ້ວາງໃຈ ແລະ ຄວາມເຄົາລົບນັບຖືຂອງມະຫາຊົນຕໍ່ການນໍາພາຂອງພັກ.
2). ຕ້ອງຕັ້ງໜ້າເສີມຂະຫຍາຍຜົນງານ ແລະ ມູນເຊື້ອອັນດີງາມທີ່ພັກ-ລັດ ຍາດມາໄດ້ໃນໄລຍະຜ່ານມາ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ພ້ອມກັນນັ້ນ ຕ້ອງຕັ້ງໜ້າແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນຖັນແຖວກົງຈັກການຈັດຕັ້ງ, ສະມາຊິກພັກ-ພະນັກງານ ໃຫ້ນັບມື້ນັບຫຼຸດລົງ.
3). ຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ, ຍົກສູງນໍ້າໃຈຮັກຊາດອັນດູດດື່ມ, ຕັ້ງໜ້າແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສ້າງທ່ວງທ່າໃໝ່ທີ່ໜັກແໜ້ນ ເຂັ້ມແຂງ ເພື່ອກ້າວຂຶ້ນພັດທະນາປະເທດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກຳນົດໄວ້.
4). ສືບຕໍ່ເອົາໃຈໃສ່ ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໃຫ້ມີຄວາມຮັບຮູ້ເຂົ້າໃຈແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງພວກຄົນບໍ່ດີ ແລະ ອິດທິກຳລັງປໍລະປັກ.
5). ເພີ່ມທະວີການພົວພັນຮ່ວມມືກັບພາຍນອກ ແລະ ອົງການຈັດຕັ້ງສາກົນຕ່າງໆ ໃຫ້ກວ້າງຂວາງ ໂດຍຄວາມເປັນເຈົ້າການ, ເປັນຕົ້ນ ແມ່ນກັບບັນດາປະເທດ ເພື່ອນມິດຍຸດທະສາດ, ກັບບັນດາປະເທດໃກ້ຄຽງ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ-ຮ່ວມມື ແລະ ດຶງດູດການລົງທຶນໃຫ້ນັບມື້ນັບເພີ່ມຂຶ້ນ.
6). ຄະນະພັກ ແຕ່ລະຂັ້ນຕ້ອງຕັ້ງໜ້າຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມມະຕິ, ຄໍາສັ່ງແນະນໍາ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອຕັ້ງຫນ້າກະກຽມໃຫ້ດີ ແລະ ດຳເນີນໃຫ້ຖືກຕ້ອງ.