ມອບ-ຮັບໜ້າທີ່ ວ່າການປະທານຄະນະກວດກາພັກ, ປະທານອົງການກວດກາລັດ ແລະ ຫົວໜ້າຄະນະໂຄສະນາອົບຮົມ


ວັນທີ 29 ມັງກອນ 2025 ແຂວງເຊກອງ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ວ່າການປະທານກວດກາພັກແຂວງ, ປະທານອົງການກວດກາລັດແຂວງ ແລະ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ເກົ່າ ແລະ ຜູ້ໃໝ່, ພາຍໃຕ້ການເປັນປະທານ ຂອງທ່ານເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງເຊກອງ ມີແຂກຖືກເຊີນ, ຫົວໜ້າ-ຮອງຫົວໜ້າ ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງ 2 ກົມກອງເຂົ້າຮ່ວມ.

ການມອບ-ຮັບໜ້າທີ່ໃນຄັ້ງນີ້ ແມ່ນລະຫວ່າງ ທ່ານ ສົມນິດ ສິລິບຸນລ້ຽງ ປະທານກວດກາພັກແຂວງ, ປະທານອົງການກວດກາລັດແຂວງ(ຜູ້ເກົ່າ) ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ວ່າການປະທານກວດກາພັກແຂວງ, ປະທານອົງການກວດກາລັດແຂວງ(ຜູ້ໃໝ່), ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຫົວໜ້າຄະນະໂຄສະນາອົບຮົມແຂວງ(ຜູ້ເກົ່າ) ແລະ ທ່ານ ບຸນທັນຈູມຈັນທະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ(ຜູ້ໃໝ່).
ໃນຕອນທ້າຍ ທ່ານ ເຫລັກໄຫລ ສີວິໄລ ໄດ້ມີຄຳເຫັນໃນພິທີ ການມອບ-ຮັບໜ້າທີ່ໃນຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນ ໃນການສັບປ່ຽນບ່ອນປະຈໍາການ ຂອງພະນັກງານນໍາພາ-ຄຸ້ມຄອງ ຂອງອົງການປົກຄອງແຂວງ ໂດຍອີງຕາມຫລັກການ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງ ໃນການປະຕິບັດໜ້າທີ່ການເມືອງໃນແຕ່ລະຂົງເຂດ ກໍຄືການປັບປຸງວຽກງານໃນແຕ່ລະໄລຍະ ສໍາລັບຜູ້ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມເສີມຂະຫຍາຍບົດຮຽນການນຳພາ ຮ່ວມກັບໝູ່ຄະນະນຳໄປໝູນໃຊ້ເຂົ້າໃນການຄຸ້ມຄອງ ແລະ ນຳພາວຽກງານອັນໃໝ່ໃຫ້ນັບມື້ດີຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa