ສະຫະພັນແມ່ຍິງ ຮາກຖານຄະນະໂຄສະນາອົບຮົມແຂວງ ປ່ອນບັດທາບທາມບຸກຄະລາກອນເຂົ້າໂຄງປະກອບສະຫະພັນແມ່ຍິງ ຮອບທີ I ຂອງຮາກຖານຕົນ

        ວັນທີ 14 ສິງຫາ 2024 ສະຫະພັນແມ່ຍິງຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ສະຫລຸບ ຕີລາຄາການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີ (2020-2024) ແລະ ທິດທາງແຜນການ 5 ປີ(2020-2024) ພ້ອມທັງປ່ອນບັດທາບທາມເອົາບຸກຄະລາກອນເຂົ້າໂຄງປະກອບສະຫະພັນແມ່ຍິງຮາກຖານຕົນ ໂດຍການເປັນປະທານ ຂອງທ່ານ ນາງ ຈັນສະໄໝ ວິໄລສານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ປະທານສະຫະພັນແມ່ຍິງຮາກຖານ, ມີຄະນະສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ 15 ທ່ານ.

ທ່ານ ນາງ ຈັນສະໄໝ ວິໄລສານ ໄດ້ຜ່ານຮ່າງບົດສະຫຼຸບ ຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີ (2020-2024) ເຊິ່ງສະແດງໃຫ້ເຫັນຄວາມຮັບຜິດຊອບ ຂອງຄະນະສະຫະພັນແມ່ຍິງຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ເອົາໃຈໃສສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ສະມາຊິກພາຍໃນຮາກຖານ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີແນວຄິດຫຼັກໝັ້ນຊົນຊັ້ນ, ເຊື່ອໝັ້ນຕໍ່ການ ນໍາພາຂອງພັກ-ລັດ, ເຂົ້າຮ່ວມຮັບຟັງການປາຖະກະຖາເລົ່າມູນເຊື້ອສໍາຄັນຂອງພັກ, ຂອງຊາດ 63 ຄັ້ງ, ມີຜູ້ເຂົ້າຮ່ວມ 1.020 ເທື່ອຄົນ, ໄດ້ເກັບເງິນສະຕິບຳລຸງໃນໄລຍະ 5 ປີໄດ້ 4,740,000 ກີບ ແລະ ມອບໃຫ້ສະຫະ ພັນແມ່ຍິງແຂວງ 1,244,000 ກີບ, ມີສະມາຊິກກອງທຶນ 21 ທ່ານ, ຍິງ 17 ທ່ານ, ມີເງິນຝາກ 78,099,500 ກີບ, ເປັນທຶນໝູນວຽນເພື່ອຊ່ວຍເຫຼືອສະມາຊິກໄດ້ກູ້ຢືມໃນເວລາມີຄວາມຈຳເປັນ ແລະ ອື່ນໆ, ໄດ້ມອບເງິນກອງທຶນປະກັນສັງຄົມຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ສະຫະພັນແມ່ຍິງແຂວງ 3 ຄັ້ງ ເປັນເງິນ 255,000 ກີບ; ໄດ້ຮັບການຍ້ອງຍໍຈາກຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະເພດ 1 ມີ 14 ສະຫາຍ, ປະເພດ 2 ມີ 3 ທ່ານ, ໄດ້ຮັບການຍ້ອງຍໍຈາກຄະ ນະບໍລິຫານງານສະຫະພັນແມ່ຍິງແຂວງ ປະເພດ 1 ມີ 13 ທ່ານປະເພດ 2  ມີ 4 ທ່ານ, ໄດ້ຮັບໃບຍ້ອງຍໍໜ່ວຍ 3 ດີຈາກຄະນະບໍລິຫານງານສູນກາງສະຫະພັນແມ່ຍິງແຂວງ 2 ຄັ້ງ; ດ້ານການພັດທະນາເສດຖະກິດຄອບຄົວເຫັນວ່າສະມາຊິກ ມີຄວາມຫ້າວຫັ້ນໃນການສ້າງລາຍຮັບຈາກອາຊີບເສີມ ເປັນຕົ້ນແມ່ນປູກຝັງ-ລ້ຽງສັດ ແລະ ອື່ນໆ… ໂດຍສະເພາະຄອບຄົວ ຂອງທ່ານ ນາງ ພູລິນຕາ ດວງກັນຍາ ລາຍຮັບສະເລ່ຍ 50,000,000 ກີບ/ປີ, ຄອບຄົວທ່ານ ນາງ ທີ່ ວໍລະສິງ ລາຍຮັບສະເລ່ຍ 40,000,000ກີບ/ປີ.

ພ້ອມນັ້ນທ່ານ ນາງ ທີ ວໍລະສິງ ຮອງຫົວໜ້າຂະແໜງປາຖະກະຖາ, ຮອງປະທານສະຫະພັນແມ່ຍິງຮາກຖານຄະນະໂຄສະນາອົບຮົມໄດ້ຜ່ານ ມາດຖານເງື່ອນ ໄຂຜູ້ສະໝັກເຂົ້າໃນໂຄງປະກອບ, ຫຼັງຈາກນັ້ນປະທານ ພ້ອມດ້ວຍຄະນະຮາກຖານສະຫະພັນແມ່ຍິງ ໄດ້ນຳພາສະມາ ຊິກດຳເນີນການທາບທາມບຸກຄະລາກອນເຂົ້າໂຄງປະກອບ ພ້ອມທັງປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງຮາກຖານຄະນະໂຄສະນາອົບຮົມແຂວງ ຮອບທີ I.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa